VOV WorldVOV World
ຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ
30/11/2019 07:24
(VOVWORLD) -ຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ ແມ່ນນອນຢູ່ລຸ່ມອະນຸສາວະລີຊາວໜຸ່ມຕະລຸມບອນເປີດເສັ້ນທາງແຫ່ງຄວາມຜາສຸກ, ໂດຍຕັ້ງຢູ່ກີ່ວ ມ້າຟີ່ແລ່ງ, ດ້ວຍຍອດມູນຄ່າກໍ່ສ້າງກວ່າ 2 ຕື້ດົງ ແລະ ມີເນື້ອທີ່ກວ້າງ 90 ຕາແມັດ.
ຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ
ເສັ້ນທາງແຫ່ງຄວາມຜາສຸກ ໂດຍປະທານໂຮ່ຈີມິນ ຕັ້ງຊື່ເອີ້ນໃຫ້ທາງຫຼວງ 4C, ມີຄວາມຍາວ 185 ກມ ຈາກນະຄອນ ຮ່າຢາງ ໄປ 4 ເມືອງຢູ່ເຂດພູສູງທາງທິດເໜືອຂອງແຂວງ ເຊິ່ງລວມມີ: ກວານບ້າ, ອຽນມິງ, ດົ່ງວັນ, ແມ່ວຫວາກ. ຊາວໜຸ່ມຕະລຸມບອນນັບໝື່ນຄົນໄດ້ກໍ່ສ້າງເສັ້ນທາງນັບແຕ່ຊຸມປີ 50 – 60 ຂອງສະຕະວັດກ່ອນ. ເສັ້ນທາງດັ່ງກ່າວໄດ້ນຳມາເຊິ່ງການດຳລົງຊີວິດທີ່ອິ່ມໜຳສຳລານໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູຫີນ ດົ່ງວັນ, ອັນໄດ້ສະແດງໃຫ້ເຫັນເຖິງກຳລັງແຮງຂອງມະນຸດຕໍ່ຄວາມຮ້າຍແຮງຂອງທຳມະຊາດ