VOV WorldVOV World
ໜອງຕາດຸງ - ປຽບເໝືອນອ່າວຮະລອງ ຢູ່ເຂດພູພຽງ
10/04/2021 15:51
(VOVWORLD) - ໜອງຕາດຸງໃນແຂວງດັກນົງ ເມື່ອບໍ່ດົນມານີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ໃໝ່ອ່ຽມຢູ່ເຂດພູພຽງຊຶ່ງໄດ້ປະສົມປະສານ ລະຫວ່າງ ສອງລະບົບຊີວະພາບ ຕອນໃຕ້ເຂດໄຕງວຽນ ແລະ ເຂດທາງທິດຕາເວັນອອກພາກໃຕ້ ຕອນສຸດທ້າຍຂອງສາຍພູຫຼວງ ໄປທາງທິດໃຕ້.
ໜອງຕາດຸງ - ປຽບເໝືອນອ່າວຮະລອງ ຢູ່ເຂດພູພຽງ
ໜອງຕາດຸງຂຶ້ນກັບ ຕາແສງດັກປລາວ ແລະ ຕາແສງຊອງ, ເມືອງດັກກລົງ, ແຂວງດັກນົງ, ແມ່ນໜອງນ້ຳຈືດມີເນື້ອທີ່ປະທານ 22.000 ແຮັກຕາໃນລະດູແລ້ງ ແລະ ອາດຈະເພີ່ມຂຶ້ນ 50.000 ແຮັກຕາໃນທ້າຍລະດູຝົນ. ໃນໄລຍະກໍ່ສ້າງໂຮງງານໄຟຟ້ານ້ຳຕົກດົ່ງນາຍເລກ 3, ກະແສນ້ຳຂອງສາຂາ 1 ໃນແມ່ນ້ຳດົ່ງນາຍໄດ້ຖືກກັ້ນໄວ້ ແລະ ຈາກນັ້ນໄດ້ສ້າງເປັນໜອງຕາດຸງ ທີ່ກ້ວາງໃຫຍ່ໄພສານ. ໃນຮູບຖ່າຍແມ່ນເຮືອນໄຟຟ້າ ແລະ ອ່າງເກັບນ້ຳຢູ່ໂຮງງານໄຟຟ້ານ້ຳຕົກດົ່ງນາຍເລັກ 3 ໃນໜອງກໍ່ມີເກາະດອນໜ້ອຍໃຫຍ່ນັບຮ້ອຍໜ່ວຍ ແຂກທ່ອງທ່ຽວເຄີຍມາທ່ຽວຊົມຢູ່ໜອງຕາດຸງ ແຕ່ເດືອນພະຈິກ ຫາເດືອນມີນາປີຕໍ່ໄປ  ຍາມດວງຕາເວັນຂຶ້ນຢູ່ຕາດຸງ ກໍ່ແມ່ນຈຸດເວລາທີ່ທຳມະຊາດສວຍສົດງົດງາມທີ່ສຸດໃນມື້ ໜອງຕາດຸງປຽບເໝືອນອ່າວຮະລອງຮັດແຄບໃນເຂດພູພຽງ  ຈະແມ່ນອານຸສອນທີ່ຍາກຈະລືມໄດ້ຂະໜາດທີ່ເພື່ອນພ້ອມກັບໝູ່ນັ່ງດື່ງກາເຟຮັບຊົມທິວທັດທຳມະຊາດ ຢູ່ໜອງຕາດຸງຈາກບ່ອນສູງ  
TAG
VOV/VOVworld/