VOV WorldVOV World
ຫວຽດນາມ ມີເຂດນິເວດວິທະຍາໂລກຕື່ມອີກ 2 ແຫ່ງ
30/09/2021 06:24
(VOVWORLD) -ອົງການ UNESCO ຫາກໍ່ຮັບຮອງເອົາເຂດນິເວດວິທະຍາ ນຸຍຈົວ (ພູຈົວ) ຢູ່ແຂວງ ນິງທ້ວນ ແລະ ເຂດພູພຽງ ກອນຮ່າໜຶ່ງ ຢູ່ແຂວງ ຢາລາຍ ເປັນເຂດນິເວດວິທະຍາໂລກ.
ຫວຽດນາມ ມີເຂດນິເວດວິທະຍາໂລກຕື່ມອີກ 2 ແຫ່ງ
ຢູ່ວາລະປະຊຸມໃນຕອນບ່າຍວັນທີ 15 ກັນຍາ, ໃນຂອບເຂດກອງປະຊຸມຄັ້ງທີ 33 ສະພາປະສານງານສາກົນໂຄງການມະນຸດ ແລະ ນິເວດ UNESCO ທີ່ຈັດຂຶ້ນຢູ່ ໄນຈີເລຍ, ເຂດນິເວດວິທະຍາ ນຸຍຈົວ ຢູ່ແຂວງ ນິງທ້ວນ ແລະ ເຂດພູພຽງ ກອນຮ່າໜຶ່ງຢູ່ແຂວງ ຢາລາຍ ຂອງຫວຽດນາມ ໄດ້ຮັບການຮັບຮອງເປັນ “ເຂດນິເວດວິທະຍາໂລກ”. ນັກທ່ອງທ່ຽວຄົ້ນຫາເຂດນິເວດວິທະຍານຸຍຈົວ
TAG
VOV/VOVworld/