ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງແນວໜ້າຕ້ານໂລກລະບາດ
14/08/2021 09:19
(VOVWORLD) -ພວກຫຼານນ້ອຍກໍ່ຢາກໄດ້ຄືພໍ່ແມ່ ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ

ຢູ່ຕຶກ B ອາພາດເມນ ບິ່ງແຄ໊ງ, ຕາແສງ ອານຝຸ, ນະຄອນຖູດຶກ ເມື່ອພໍ່ແມ່ຕ້ອງເຮັດວຽກດ້ວຍຄວາມລຳບາດໃນຕະຫຼອດວັນແລະຄືນ ເພື່ອແຕ່ງ ເຂົ້າກິນ 200 ພູດ ເພື່ອສົ່ງເຖິງບັນດາໂຮງໝໍກາງສະໜາມ, ພວກຫຼານນ້ອຍຄືພໍ່ແມ່ ກໍໄດ້ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ. ບັນດາຮູບແຕ້ມນ້ອຍໆຄັດຕິດພ້ອມຄຳລະດົມກຳລັງໃຈ ໄດ້ຖືກຕິດໃສ່ກັບຂອງກິນແຕ່ລະກັບ ໃນຕອນແລງແຕ່ລະວັນທີ່ສົ່ງເຖິງບັນດາໂຮງໝໍ... ບາງຮູບພາບບັນທຶກຂອງນັກຂ່າວ VOVGT: ບັນດາຮູບຖ່າຍ, ຄຳລະດົມກຳລັງໃຈ ໂດຍພວກຫຼານນ້ອຍຢູ່ ອາພາດເມນ ບິ່ງແຄ໊ງ ແຕ້ມ ແລະ ຂຽນ. “ທ່ານໝໍແມ່ນວິລະຊົນ” “ທ່ານໝໍພະຍາຍາມຫຼາຍຂຶ້ນ” “ອວຍພອນບັນດາທ່ານໝໍມີສຸຂະພາບເຂັ້ມແຂງ ເພື່ອກອບກູ້ເອົາຊີວິດຄົນເຈັບຫຼາຍຄົນ” ຂອບໃຈພວກອ່າວອາທີ່ໄດ້ພະຍາຍາມເຮັດວຽກ... ບັນດາຄຳລະດົມກຳລັງໃຈຂອງພວກເດັກທີ່ຊ້ອນແຝງອາລົມຈິດຄວາມຮັກແພງຫຼາຍຢ່າງ. ຮູບແຕ້ມກໍ່ມີຢ່າງອຸດົມສົມບູນ ຫຼາຍຮູບຫຼາຍສີ ໂຮງໝໍກາງສະໜາມຈົ່ງພະຍາຍາມຫຼາຍຂຶ້ນ. ບັນດາຄຳລະດົມກຳລັງໃຈໄດ້ຖືກຕິດໃສ່ກັບຂອງກິນທີ່ຝາກເຖິງກຳລັງແພດໝໍຢູ່ແນວໜ້າຕ້ານໂລກລະບາດ.
TAG
VOV/VOVworld/
Related








