VOV WorldVOV World
ຄວາມງາມ ໂຮ່ໄຕ ຍາມສາຍັນ
12/06/2021 09:16
(VOVWORLD) -ຢູ່ໃຈກາງນະຄອນທີ່ໜາແໜ້ນດ້ວຍຕຶກອາຄານສູງຫຼາຍຕຶກນັ້ນ, ໂຮ່ໄຕ (ໜອງໄຕ) ແມ່ນສະຖານທີ່ຫາຍາກເພື່ອໃຫ້ຊາວຮ່າໂນ້ຍ ຊົມວິວຍາມສາຍັນ ແລະ ບັນຍາດກາດທີ່ສະຫງົບສຸກ.
ຄວາມງາມ ໂຮ່ໄຕ ຍາມສາຍັນ
ໂຮ່ໄຕ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ຊົມວິວຍາມສາຍັນສວຍງາມທີ່ສຸດຢູ່ໃນຕົວເມືອງ. ຢູ່ທີ່ນີ້ໄດ້ດຶງດູດຜູ້ມາຊົມວິວຍາມຕາເວັນຄ້ອຍຄ່ຳລົງເປັນຈຳນວນຫຼວງຫຼາຍ. ຮ່າໂນ້ຍ ມີຕຶກອາຄານສູງຫຼາຍຕຶກທີ່ຕັ້ງລຽນຢູ່ຕິດໆກັນ ສະນັ້ນຍາກທີ່ຈະຊົມວິວຍາມສາຍັນໄດ້. ໂຮ່ໄຕ ແມ່ນສະຖານທີ່ຫາຍາກຢູ່ໃຈກາງ ຮ່າໂນ້ຍ ເພື່ອຮັບຊົມວິວຍາມສາຍັນສວຍງາມດັ່ງໃນຝັນ. ໂຮ່ໄຕ ຍາມສາຍັນ ໂຮ່ໄຕ ໄດ້ເປັນທີ່ຮູ້ຈັກກເຖິງແມ່ນໜອງທຳມະຊາດໃຫຍ່ທີ່ສຸດຢູ່ໃນຕົວເມືອງຂອງຮ່າໂນ້ຍ, ຂຶ້ນກັບເມືອງ ໄຕໂຮ່. ໜອງໂຮ່ໄຕ ມີເນື້ອທີ່ກວ່າ 500 ເຮັກຕາ, ເສັ້ນອ້ອມຮອບປະມານ 14,8 ກມ, ສະເພາະເສັ້ນທາງກອ້ອມໜອງໂຮ່ໄຕ ມີລວງຍາວປະມານ 17 ກມ. ຍາມດວງຕາເວັນຄ່ອຍໆຕ່ຳລົງ ກໍ່ແມ່ນຈຸດເວລາທີ່ມີຜູ້ມາໜອງນີ້ຫຼາຍທີ່ສຸດ ໂດຍໄດ້ຮັບຖືວ່າ ແມ່ນ “ປອດຂຽວ” ຂອງນະຄອນຫຼວງ ດ້ວຍແຖວຕົ້ນໄມ້ຫຼາຍຕົ້ນທີ່ຂຽວຮົ່ມເຢັນ, ໂຮ່ໄຕ ແມ່ນສະຖານທີ່ເຊິ່ງຫຼາຍຄົນໄດ້ເລືອກມາເພື່ອແລ່ນ, ຖີບລົດຖີບ. ຜູ້ທີ່ຜ່ານໄປມາເຂດນີ້ໃນຍາມສາຍັນ ລ້ວນແຕ່ຢາກຢຸດຢູ່ທີ່ນີ້ເພື່ອຮັບຊົມວິວທີ່ຄວາມສວຍງາມນີ້. ເມື່ອຕາເວັນລິບດິນ, ແສງແດດທີ່ຍັງສາດສ່ອງຂຶ້ນມາ ຈະສ້າງຄວາມສວຍງາມທີ່ສຸດຢູ່ທ້ອງຟ້າທີ່ໜອງໂຮ່ໄຕ.