VOV WorldVOV World
ຄວາມງາມ ໂຮ້ຍອານ ແລະ ຊາປາ, 2 ສະຖານທີ່ຖ່າຍຮູບງາມທີ່ສຸດຂອງຫວຽດນາມ
29/08/2021 11:10
(VOVWORLD) -ເນື່ອງໃນໂອກາດວັນຖ່າຍຮູບໂລກ 19 ສິງຫາ, ເວັບໄຊການທ່ອງທ່ຽວໃຫຍ່ທີ່ສຸດຂອງໂລກ Booking.com ໄດ້ປະກາດສະຖານທີ 10 ແຫ່ງແຖວໜ້າເພື່ອຖ່າຍຮູບຢູ່ຫວຽດນາມ. ຕາມການຕີລາຄາຂອງນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດແລ້ວ, ໂຮ້ຍອານ ແລະ ຊາປາ ແມ່ນຢູ່ແຖວໜ້າຂອງຕາຕະລາງຈັດອັນດັບ.
ຄວາມງາມ ໂຮ້ຍອານ ແລະ ຊາປາ, 2 ສະຖານທີ່ຖ່າຍຮູບງາມທີ່ສຸດຂອງຫວຽດນາມ
ອັນດັບໜຶ່ງໃນຕາຕະລາງຈັດອັນດັບແມ່ນຄຸ້ມເມືອງເກົ່າ ໂຮ້ຍອານ (ກວາງນາມ), ດ້ວຍຈຸດຄວາມງາມແບບດັ້ງເດີມ ແລະ ເພີດເພີນຈິດໃຈ ໄດ້ດຶງດູດນັກທ່ອງທ່ຽວ. ບໍ່ມີສຽງເນືອງນັນ ແລະ ບໍ່ມີລົດທຽວໄປມາຫຼາຍຄືຢູ່ຮ່າໂນ້ຍ, ຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນຖະໜົນທີ່ໃຫ້ໃຊ້ໄດ້ແຕ່ລົດຖີບ ກັບຄົນຍ່າງ. ແມ່ນ້ຳ ຮ່ວາຍ ທີ່ສວຍງາມ. ບັນດາຮ້ານຂາຍເຄື່ອງທີ່ລະນຶກຍັງຮັກສາການອອກແບບດັ້ງເດີມໄວ້. ງານສະແດງສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ. ຖັດຈາກ ໂຮ້ຍອານ ແມ່ນນະຄອນ ຊາປາ, ເຊິ່ງແມ່ນສະຖານທີ່ທີ່ມີຊື່ສຽງທາງພາກເໜືອຫວຽດນາມ ໄດ້ດຶງດູດນັກທ່ອງທ່ຽວ. ຮັບຊົມຄວາມງາມຂອງນ້ຳຕົກຕາດ ບາກ, ຂົວ ໄມ… ຫຼືຄວາມງາມດັ່ງໃນຝັນຂອງຫ້ວຍນ້ຳລຳເຊ. ຍິ່ງໄປກວ່ານັ້ນແມ່ນຄວາມງາມຂອງນາຂັ້ນໄດ. ສີສັນນາຂັ້ນໄດໃນຍາມລະດູເກັບກ່ຽວ. ທັງໝົດເຫຼົ່ານັ້ນໄດ້ດຶດດູດໃຈນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ຊອກຫາບັນດາສະຖານທີ່ຖ່າຍຮູບທີ່ສວຍງາມທີ່ສຸດກ່ຽວກັບປະເທດຊາດ, ຊາວຫວຽດນາມ.