VOV WorldVOV World
ຄວາມງາມຂອງປ່າສະເມັດ ຈ່າຊື ຢູ່ ອານຢາງ
07/08/2021 05:43
(VOVWORLD) -ປ່າສະເມັດ ຈ່າຊື ນອນໃນບໍລິເວນຕາແສງ ວັນຢາວ, ເມືອງ ຕິ້ງບຽນ, ແຂວງ ອານຢາງ. ນີ້ແມ່ນເຂດປ່າດິນທາມພົ້ນເດັ່ນໃຫ້ແກ່ເຂດແມ່ນ້ຳ ເຮົ້າ ທາງທິດຕາເວັນຕົກ.
ຄວາມງາມຂອງປ່າສະເມັດ ຈ່າຊື ຢູ່ ອານຢາງ
ປ່າສະເມັດ ຈ່າຊື ແມ່ນບ່ອນດຳລົງຊີວິດຂອງສັດ, ພືດນາໆຊະນິດ ຂຶ້ນກັບລະບົບປ່ານຳໃຊ້ສະເພາະຂອງຫວຽດນາມ. ດ້ວຍເນື້ອທີ່ເກືອບ 850 ເຮັກຕາ, ຕົ້ນໄມ້ຢູ່ປ່າແຫ່ງນີ້ ສ່ວນຫຼາຍແມ່ນຕົ້ນສະເມັດ (ມີອາຍຸກວ່າ 10 ປີ, ສູງແຕ່ 5 – 8 ແມັດ). ດອກບົວຢູ່ລຽບຕາມ 2 ຟາກທາງເຂົ້າເຂດປ່າສະເມັດ.