ຄວາມງາມທີ່ສະຫງົບງຽບ, ເກົ່າແກ່ຂອງກຸງເກົ່າເຫ້ວ
26/06/2020 03:07
(VOVWORLD) -ໃດມາເຫ້ວແລ້ວ, ລ້ວນແຕ່ຕົກສະເງີ້ຕໍ່ຄວາມສວຍງາມທີ່ສະຫງົບງຽບ, ເກົ່າແກ່ຂອງກຸງເກົ່າແຫ່ງໜຶ່ງ, ແຕ່ຍັງມີຈຸດທັນສະໄໝ ແລະ ຟົດຟື້ນຂອງເຂດຕົວເມືອງທີ່ພວມພັດທະນາ.

ສະຖານທີ່ແຫ່ງນີ້ໄດ້ຮັບການຮູ້ຈັກເຖິງດ້ວຍບັນດາຫໍໂຮງ, ວັດວາອາຮາມ ແລະ ບັນດາກິດຈະກຳບູຮານທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດທີ່ຍັງຮັກສາໄວ້ໃຫ້ເໝືອນເດີມຈົນມາຮອດປະຈຸບັນ. ເຫ້ວ ມີແມ່ນ້ຳເຮືອງ ໄຫຼຜ່ານ, ແບ່ງນະຄອນເປັນ 2 ພາກທາງທິດໃຕ້ ແລະ ທິດເໜືອ. ໂດຍເຊື່ອມຕໍ່ລະຫວ່າງ 2 ຝັ່ງດ້ວຍຂົວແຫ່ງຕ່າງໆ, ຂົວທີ່ມີຊື່ສຽງທີ່ສຸດນັ້ນແມ່ນຂົວ ເຈື່ອງຕ່ຽນ 6. ໂດຍຕັ້ງຢູ່ທາງທິດເໜືອແມ່ນ້ຳເຮືອງ, ເມືອງຫຼວງ ເຫວ້ ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍາກຳຝ່າຍຕາເວັນຕົກ, ສົມທົບກັບສະຖາປັດຕະຍາກຳກຳແພງຝ່າຍຕາເວັນອອກ. ຫໍພະລາຊະວັງ ເຫ້ວ ກວ້າງໃຫຍ່ ແລະ ສວຍງາມດ້ວຍການແກະຄວັດສະຫຼັກຢ່າງມີຄວາມລະອຽດລະອໍ. ເຫ້ວແມ່ນນະຄອນມີລະບົບວັດວາອາຮາມ ຫຼາຍທີ່ສຸດໃນທົ່ວປະເທດ, ດ້ວຍວັດໃຫຍ່, ນ້ອຍກວ່າ 300 ແຫ່ງ, ໃນນັ້ນມີວັດບູຮານກວ່າ 100 ແຫ່ງ, ສ່ວນຫຼາຍຍັງຮັກສາໄດ້ຈຸດເກົ່າແກ່ຂອງສະຖາປັດຕະຍາກຳອາຊີຕາເວັນອອກ ແລະ ຫວຽດນາມ. ໂດຍມີຊື່ສຽງທີ່ສຸດແມ່ນວັດ ທຽນມຸ - ເຊິ່ງແມ່ນສັນຍາລັກຂອງພຸດທະສາສະໜາເຂດດິນແດນ ເຫ້ວ. ຮູບປັ້ນເຈົ້າແມ່ກວນອິມ ເຊິ່ງໄດ້ຮັບການກໍ່ສ້າງຢູ່ພູ ຕື໊ເຕື້ອງ, ເມືອງ ເຮືອງຖຸຍ. ນອກນັ້ນ, ເພື່ອນກໍ່ສາມາດໄປຢ້ຽມຢາມບັນດາຫໍພິພິຕະພັນຄື: ຫໍພິພິຕະພັນ ໂຮ່ຈີມິນ, ຫໍພິພິຕະພັນ ວັດຖຸບູຮານກຸງເກົ່າເຫ້ວ ຫຼື ບັນດາເຂດວາງສະແດງອື່ນໆ. ໂບດ ຟຸ໋ກາມ ດ້ວຍການອອກແບບສະຖາປັດຕະຍາກຳທັນສະໄໝ ໂບດຊາວຄຼິດ. ເຫ້ວ ບໍ່ພຽງແຕ່ມີບັນດາກິດຈະກຳສະຖາປັດຕະຍາກຳເກົ່າແກ່ເທົ່ານັ້ນ, ຫາກຍັງມີລະບົບຊີວະພາບທີ່ອຸດົມສົມບູນອີກດ້ວຍ. ເມື່ອມາຢ້ຽມຢາມ ບຶງ ຈ່ວນ , ເພື່ອນສາມາດຮັບປະທານອາຫານທະເລທີ່ແຊບນົວ. ທະເລ ທ້ວນອານ, ຫ່າງຈາກໃຈກາງນະຄອນໄປປະມານ 15 ກມ. ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ເຫ້ວ Festival ເຫ້ວ ໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ ໃນປີເລກຄູ່, ເຕົ້າໂຮມບັນດາລາຍການສະແດງວັດທະນະທຳທີ່ເປັນເອກະລັກສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ. ນອກນັ້ນຍັງມີງານ Festival ໝູ່ບ້ານອາຊີບ ກໍ່ໄດ້ຮັບການຈັດຕັ້ງຂຶ້ນໃນປີເລກຄີກ, ດ້ວຍຂອບຂະໜາດໜ້ອຍກວ່າ, ແຕ່ກໍ່ມີຫຼາຍສິ່ງຫຼາຍຢ່າງທີ່ຄວນຄົ້ນຫາ.
Related








