VOV WorldVOV World
ຄວາມສະຫງົບງຽບຂອງ ໝູ່ກາງຈ໋າຍ ໃນຊຸມມື້ລະດູໜາວ
14/12/2019 07:23
(VOVWORLD) -ໝູ່ກາງຈ໋າຍ, ແຂວງອຽນບ໊າຍ, ຍັງມີຈຸດເວລາໜຶ່ງອີກທີ່ບັນດາທ່ານຄວນມາຄົ້ນຫາ. ນັ້ນແມ່ນຍາມລະດູໜາວ, ດ້ວຍບັນຍາກາດທີ່ສະຫງົບງຽບ ແລະ ສວຍງາມ.
ຄວາມສະຫງົບງຽບຂອງ ໝູ່ກາງຈ໋າຍ ໃນຊຸມມື້ລະດູໜາວ
ເມື່ອເວົ້າເຖິງ ໝູ່ກາງຈ໋າຍ, ນັກທ່ອງທ່ຽວໄດ້ຮູ້ຈັກວ່າຢູ່ທີ່ນີ້ມີນາຂັ້ນໄດເຂົ້າສຸກເຫຼືອງ, ສວຍງາມ ແລະ ຍາມເອົານ້ຳເຂົ້ານາ, ກະກຽມໃຫ້ແກ່ການປູກເຂົ້າໃນລະດູຕໍ່ໄປ. ແຕ່ຢູ່ດິນແດນແຫ່ງນີ້ພັດມີຄວາມງາມທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ ໄຕບັ໊ກ (ເຂດຕາເວັນຕົກສ່ຽງເໜືອ) ໃນຍາມລະດູໜາວ. ເຂດປ່າໄມ້ຕົ້ນແປກສວຍງາມທີ່ສຸດ, ດ້ວຍບັນດາເສັ້ນທາງລະອິດລະອ້ຽວ ເຂດລ້ຽງສັດຂຽວ ນ້ຳຕົກຕາດ ບັນດາເງີບຫີນດ້ວຍຫຼາຍຮູບຫຼາຍແບບ ດ້ວຍບັນດາເຮືອນຊານແບບປະຖົມປະຖານຕັ້ງຢູ່ແຄມປ່າ ແມ່ຍິງຊາວເຜົ່າ ມົ້ງ ຕັ້ງໃຈແສ່ວຜ້າ ແລະ ໂອ້ລົມນຳກັນພາຍຫຼັງລະດູການປູກເຂົ້າ ນາງສາວຫຍິບເຄື່ອງກະກຽມໃຫ້ແກ່ການຕ້ອນຮັບບຸນປີໃໝ່ ແມ່ເຖົ້າສອນວິທີປັກແສ່ວບັນດາລວດລາຍທີ່ເປັນມູນເຊື້ອໃຫ້ຫຼານ