VOV WorldVOV World
ລະດູເຂົ້າສຸກເຫືຼອງຢູ່ ບັ໊ກເຊີນ
21/08/2020 09:25
(VOVWORLD) -ຮອດເດືອນກໍລະກົດ ແລະ ເດືອນ ພະຈິກ ໃນແຕ່ລະປີແມ່ນຍາມລະດູເຂົ້າສຸກ, ຢູ່ທົ່ວຮ່ອມພູແມ່ນເຕັມໄປດ້ວຍສີເຫຼືອງອາລາມ.
ລະດູເຂົ້າສຸກເຫືຼອງຢູ່ ບັ໊ກເຊີນ
ທົ່ງເຂົ້າ ບັ໊ກເຊີນ ນອນຢູ່ໃນຮ່ອມພູທີ່ກວ້າງໃຫຍ່, ຂຶ້ນກັບເທດສະບານ ບັ໊ກເຊີນ, ເມືອງ ບັ໊ກເຊີນ, ແຂວງ ລ້າງເຊີນ. ເມື່ອປີນຂຶ້ນຈອມພູສູງ, ຫຼຽວເບິ່ງທົ່ງເຂົ້າທີ່ກວ້າງໃຫຍ່, ສ້າງເປັນພາບພົດທີ່ເປັນເອກະລັກສະເພາະຂອງພູໂອມກອດທົ່ງເຂົ້າຢູ່ບັ໊ກເຊີນ. ບັນດາແສງແດດສ່ອງລົງທົ່ງເຂົ້າຍາມສຸກເຫຼືອງ ເຮັດໃຫ້ທິວທັດຢູ່ເຂດບ້ານນີ້ສວຍງາມຂຶ້ນຕື່ມ. ຈຸດເວລາຊົມເບິ່ງເຂົ້າສຸກເຫຼືອງງາມທີ່ສຸດແມ່ນຍາມຕາເວັນຂຶ້ນ ແລະ ຕາເວັນຕົກດິນ. ຍາມຕາເວັນຂຶ້ນ ແມ່ນຈຸດເວລາທີ່ຮ່ອມພູ ບັ໊ກເຊີນ ສວຍງາມທີ່ສຸດ. ກະເສນ້ຳໄຫຼຄົດລ້ຽວຢູ່ລຽບຕາມເຂດບ້ານນາ. ບັ໊ກເຊີນ ຍັງຮັກສາບັນດາຄວາມງາມແບບດັ້ງເດີມຂອງເຂດບ້ານນາຫວຽດນາມໄວ້ໄດ້.