VOV WorldVOV World
ງານດົນຕີປະສານສຽງຂອງວົນດົນຕີ ຢ໊າງຊິງແຊັງ (ຄຼິດສະມາດຂຽວ)
24/12/2020 13:53
(VOVWORLD) -ໂດຍໄດ້ຈັດຕັ້ງກ່ອນວັນບຸນຄຼິດສະມາດ ແລະ ປີໃໝ່, ງານສະແດງດົນຕີປະສານສຽງຂອງວົງດົນຕີ ຢ໊າງຊິງແຊັງ ປາດຖະໜາວ່າ ຈະນຳເອົາຄວາມຫວັງ ແລະ ສິ່ງທີດີໆມາໃຫ້ຊາວໜຸ່ມເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.
ງານດົນຕີປະສານສຽງຂອງວົນດົນຕີ ຢ໊າງຊິງແຊັງ (ຄຼິດສະມາດຂຽວ)
ງານສະແດງດົນຕີປະສານສຽງຂອງວົງດົນຕີ ຢ໊າງຊິງແຊັງ (Green Christmas) ໄດ້ດຳເນີນໃນຕອນຄ່ຳວັນທີ 21 ທັນວາ ຢູ່ສະຖາບັນດົນຕີແຫ່ງຊາດຫວຽດນາມ, ທີ່ຮ່າໂນ້ຍ. ຜູ້ບັນຊາການສະແດງດົນຕີປະສານສຽງແມ່ນເອື້ອຍ ຫງວຽນຫາຍອ໊ຽນ ໄດ້ແບ່ງປັນວ່າ: ຢໍ໊ແຊັງ ໄດ້ກຳເນີດມາຈາກຄວາມປາດຖະໜາຂອງເອື້ອຍເອງນັ້ນແມ່ນ ຢາກນຳເອົາດົນຕີປະສານສຽງຍັບເຂົ້າໃກ້ກັບທຸກຄົນກວ່າ. ແມ່ນຄ່ຳຄືນສະແດງສ້າງຂີດໝາຍຂອງ ຢໍ໊ແຊັງ ດ້ວຍການເຄື່ອນໄຫວວົງຄະນະຍາດທີ່ມີຄວາມໝາຍຫຼາຍຢ່າງ. ກຸ່ມວົງດົນຕີມີສະມາຊິກເກືອບ 100 ຄົນດ້ວຍເກນອາຍຸແຕກຕ່າງກັນ, ນັບແຕ່ເຍົາວະຊົນທີ່ມີອາຍຸແຕ່ 5- 6 ປີ, ຈົນຮອດຜູ້ທີ່ມີອາຍຸກວ່າ 80 ປີ, ໂດຍບໍ່ຈຳແນກອາຊີບ, ລະດັບດົນຕີ… ການສະແດງເປົ່າຂຸ່ຍຂອງນັກສິລະປິນ ດິງກວາງຫວູ ດ້ວຍບົດເພງ You raise me up ການສະແດງຂັບຮ້ອງບົດເພງ Believe… ການສະແດງຂັບຮ້ອງບົດເພງ Silent Night ດ້ວຍແສງທຽນ 100 ເຫຼັ້ມ. ຈາງບຸ່ຍ ສະແດງບົດເພງ Silent Night ບົດເພງ "We wish you a Merry Christmas" ໄດ້ສິ້ນສຸດລາຍການສະແດງດົນຕີປະສານສຽງ ງານສະແດງດົນຕີປະສານສຽງ ຢ໊າງຊິງແຊັງ ແມ່ນໜຶ່ງໃນບັນດາຂອງຂວັນທີ່ມີຄວາມໝາຍອວຍພອນໄຊ ແລະ ຄວາມຫວັງໃຫ້ເດັກນ້ອຍທີ່ບໍ່ເຄີຍໄດ້ຮັບຊົມລາຍການສະແດງຢູ່ເວທີໃຫຍ່. ຂອງຂວັນທາງດ້ານຈິດໃຈນີ້ຈະເປັນການປະກອບສ່ວນສ້າງສິ່ງທີ່ດີງາມໃນຈິດໃຈແຕ່ລະຄົນ.