VOV WorldVOV World
ງານວາງສະແດງ: ເຊື່ອມຕໍ່ພື້ນຖານວັດທະນະທຳຫວຽດນາມ - ລາວ ຜ່ານພາບແຕ້ມ
20/04/2021 07:28
(VOVWORLD) -ວັນທີ 19 ເມສາ, ຢູ່ຊັ້ນ 2 ຫໍວາງສະແດງສະມາຄົມວິຈິດສິນຫວຽດນາມ, ເລກທີ 16 ຖະໜົນ ໂງກວ່ຽນ, ຮ່າໂນ້ຍ ໄດ້ຈັດງານວາງສະແດງບັນດາຜົນງານພາບແຕ້ມສິລະປະຂອງຈິດຕະກອນ ເລຢຸງເກື່ອງ ທີ່ໄດ້ແຕ້ມໃນໄລຍະທີ່ໄປປະຕິບັດໜ້າທີ່ຢູ່ລາວ ເປັນເວລາກວ່າ 3 ປີ. ງານວາງສະແດງໄດ້ຈັດຂຶ້ນນັບແຕ່ວັນທີ 19 – 27 ເມສາ 2021.
ງານວາງສະແດງ: ເຊື່ອມຕໍ່ພື້ນຖານວັດທະນະທຳຫວຽດນາມ - ລາວ ຜ່ານພາບແຕ້ມ
ງານວາງສະແດງໄດ້ຈັດຂຶ້ນນັບແຕ່ວັນທີ 19 – 27 ເມສາ 2021 ໃນງານວາງສະແດງຄັ້ງນີ້, ຈິດຕະກອນ ເລຢຸງເກື່ອງ ໄດ້ວາງສະແດງຜົນງານພາບແຕ້ມສິລະປະທັງໝົດ ກ່ຽວກັບປະເທດຊາດ, ຊາວລາວ ເຊິ່ງທ່ານໄດ້ແຕ້ມໃນເວລາທີ່ປະຕິບັດໜ້າທີ່ຢູ່ລາວ. ຈິດຕະກອນ ເລຢຸງເກື່ອງ ພົບປະແລກປ່ຽນກັບບັນດາໝູ່ເພື່ອນກ່ອນໄຂງານວາງສະແດງ. ຈິດຕະກອນ ເລຢຸງເກື່ອງ ກ່າວຄຳເຫັນໄຂງານວາງສະແດງ. ຜູ້ຕາງໜ້າສະຖານທູດແຫ່ງສປປ.ລາວ ປະຈຳຫວຽດນາມ ອວຍພອນງານວາງສະແດງຈົ່ງປະສົບຜົນສຳເລັດຢ່າງຈົບງາມ. ພິທີຕັດແຖບຜ້າໄຂງານວາງສະແດງ. ຈິດຕະກອນ ເລຢຸງເກື່ອງ ກັບພາບແຕ້ມ ປະຕູໄຊ. ບັນດາພາບແຕ້ມທີ່ໄດ້ນຳມາວາງສະແດງຢູ່ງານວາງສະແດງຄັ້ງນີ້. ພາບແຕ້ມມີຊື່ວ່າ “ກາງເວັນ” ເຊິ່ງ ຈິດຕະກອນ ເລຢຸງເກື່ອງ ໄດ້ແຕ້ມເມື່ອປີ 2019. ພາບແຕ້ມ “ຄວາມຮັກຕໍ່ປະເທດລາວ” ໄດ້ແຕ້ມໃນປີ 2020. ຖະໜົນຕົວເມືອງແຂວງ ບໍ່ແກ້ວ. ຮູບພາບ “ພວຍພອນປີໃໝ່” ມູນໜຶ່ງໃນງານວາງສະແດງ. ຖະໜົນເກົ່າ ວຽງຈັນ. ພິທີບູຊາໃນມື້ວັນເພັງຢູ່ວັດ ສີເມືອງ. ບັນດານັກສຶກສາສະຖາບັນວັດທະນະທຳສິລະປະລາວ. ຄ່ຳຄືນງານບຸນລາວ. ຖະໜົນ ຫຼວງພະບາງ. ທິດທັດທຳມະຊາດ ວຽງຈັນ. ງານບຸນກິນເຈຢູ່ລາວ. ຟ້ອນຫຸ່ນກະບອກລາວ. ບັນດາພາບແຕ້ມໂດຍຈິດຕະກອນ ເລຢຸງເກືອບ ແຕ້ມແມ່ນມີຊີວິດຊີວາທີ່ສຸດ. ບັນດາແຂກຖືກເຊີນ, ພ້ອມກັບປະຊາຊົນເປັນຈຳນວນຫຼາຍເຂົ້າຢ້ຽມຊົມຢູ່ງານວາງສະແດງ. ບໍ່ພຽງແຕ່າງສະແດງບັນດາພາບແຕ້ມກ່ຽວກັບປະເທດລາວ ເທົ່ານັ້ນ, ຢູ່ທີ່ນີ້ຍັງວາງສະແດງບັນດາພາບແຕ້ມປະເພດຕ່າງໆອີກ.