VOV WorldVOV World
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020
23/10/2020 09:03
(VOVWORLD) - ປີ 2020, ປະຊາຄົມອາຊຽນ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ (2015 – 2020) ແລະ ຫວຽດນາມ ເປັນກຽດໄດ້ຮັບດຳລົງຕຳແໜ່ງເປັນປະທານອາຊຽນ. ເພື່ອຂໍ່ຳນັບຊົມເຊີຍເຫດການສຳຄັນນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຂອງ 10 ປະເທດອາຊຽນ ປະຈຳຫວຽດນາມ ຈັດງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020
ເພື່ອຂໍ່ຳນັບຊົມເຊີຍພິທີເປີດງານວາງສະແດງ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຊົມບັນດາລາຍງານສະແດງສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມ. ບັນດາຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມພິທີ. ກ່າວຄຳເຫັນໄຂງານວາງສະແດງ, ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ: ເຖິງວ່າໂລກລະບາດໂຄວິດ-19 ຍັງຜັນແປສັບສົນຢູ່ກໍ່ຕາມ, ແຕ່ 10 ປະເທດສະມາຊິກອາຊຽນ ໄດ້ຕັ້ງໜ້າສົມທົບກັນ, ສົ່ງຊຸດອາພອນປະຈຳຊາດ, ບັນດາພາບຖ່າຍມາເຂົ້າຮ່ວມເຫດການວັດທະນະທຳສຳຄັນຂອງອາຊຽນ ຢູ່ຫວຽດນາມ. ສິ່ງດັ່ງກ່າວໄດ້ເປັນການຢັ້ງຢືນຄວາມເອົາໃຈໃສ່ເປັນພິເສດຂອງບັນດາປະເທດອາຊຽນ ທີ່ສະຫງວນໃຫ້ແກ່ບັນດາເຫດການວັດທະນະທຳໂດຍຫວຽດນາມ ຈັດຕັ້ງໃນປີ 2020. ພ້ອມທັງເປັນການສະແດງໃຫ້ເຫັນວ່າ, ການຮ່ວມມືທາງດ້ານວັດທະນະທຳໃນອາຊຽນ ໄດ້ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ບັນດາປະເທດສະມາຊິກອາຊຽນ ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕັດແຖບຜ້າເປີດງານວາງສະແດງ. ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ມອບດອກໄມ້ໃຫ້ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດປະຈຳຫວຽດນາມ ບັນດາແຂກຖືກເຊີນຢ້ຽມຊົມງານວາງສະແດງ ແລະ ຮັບຟັງການແນະນຳກ່ຽວກັບຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ.