ງານວາງສະແດງຮູບແຕ້ມໃນຍາມແຍກຫ່າງສັງຄົມຍ້ອນໂລກລະບາດ ຂອງບັນດາຈິດຕະກອນຫວຽດນາມ ຍຸກປັດຈຸບັນ
20/06/2020 16:19
(VOVWORLD) -ຮູບແຕ້ມ 126 ແຜ່ນໄດ້ຮັບການປະດິດຄິດສ້າງໃນຊຸມວັນແຍກຫ່າງສັງຄົມໄດ້ນຳມາວາງສະແດງທີ່ງານວາງສະແດງ “ຮູບແຕ້ມໃນຍາມແຍກຫ່າງສັງຄົມ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 15 ມິຖຸນາ 2020 ຢູ່ຮ່າໂນ້ຍ.

ໃນຊຸມວັນແຍກຫ່າງສັງຄົມ, ບັນຍາກາດສະຫງົບງຽບຫາຍາກໃນທ່າມກາງວົງວຽນທີ່ຟົດຟື້ນ ຂອງສັງຄົມ ໄດ້ຊ່ວຍໃຫ້ແຕ່ລະຄົນມີໂອກາດດຳລົງຊີວິດຢ່າງຊັກຊ້າລົງ ແລະ ເປັນໂອກາດທີ່ສາມາດຮັບຮູ້ໄດ້ເຖິງຄຸນຄ່າຂອງຄວາມສຸກ ຂອງນ້ຳໃຈມະນຸດ ແລະ ການເຊື່ອມຕໍ່ກັນໃນຄອບຄົວ…ໂລກລະບາດໄດ້ ຄຸກຄາມຕໍ່ຊີວິດມະນຸດ ໄດ້ເປັນການຕັກເຕື່ອນໃຫ້ທຸກໆຄົນ ຕ້ອງມີການປ່ຽນແປງວິທີການປະພຶດ ໃຫ້ໜ່ວຍໂລກເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ນີ້ກໍ່ແມ່ນສານໂດຍບັນດາຈິດຕະການຢາກສົ່ງເຖິງທຸກໆຄົນຜ່ານງານວາງສະແດງຄັ້ງນີ້. ບັນດາຈິດຕະກອນ ແລະ ຄະນະຈັດຕັ້ງງານວາງສະແດງຖ່າຍຮູບທີ່ລະນຶກ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ມາຢ້ຽມຊົມງານວາງສະແດງ. ພ້ອມກັບງານວາງສະແດງ, ມີປຶ້ມຫົວໜຶ່ງດ້ວຍຫົວຂໍ້ “ພາບແຕ້ມໃນຍາມແຍກຫ່າງສັງຄົມ” ຊຶ່ງແມ່ນສິ່ງພິມທີ່ງົດງານທາງ ຮູບການ ແລະ ອຸດົມສົມບຸນທາງດ້ານເນື້ອໃນ ຊຶ່ງໄດ້ຮັບການພິມຈຳໜ່າຍ ອັນໄດ້ເປັນຂີດໝາຍກ່ຽວກັບຊຸມວັນເດືອນທີ່ບໍ່ອາດລືມໄດ້ຂອງທົ່ວທັງຊາດ. ບັນດາແຂກທ່ອງທ່ຽວມາຢ້ຽມຊົມງານວາງສະແດງ ພາບແຕ້ມ 3 ແຜ່ນກ່ຽວກັບຫົວຂໍ້ຄວາມຮັກຂອງຈິດຕະກອນ ຫງວຽນທິຮຽນ ພາບແຕ້ມ 3 ແຜ່ນກ່ຽວກັບຫົວຂໍ້ຄວາມຮັກຂອງຈິດຕະກອນ ຫງວຽນທິຮຽນ ນ້ຳຢາລ້າງມື, ຟ້າອັດປາກ - ດັງ, ໝາກແອັບເປີ້ນໃນຊຸມວັນຕ້ານ Covid – 19 ຂອງຈິດຕະກອນ ຟ້າມລວນ ຮູບແຕ້ມກ່ຽວກັບການແຍກຕົວຂອງຈິດຕະກອນ ຟ້າມອານຫ໋າຍ ພາບແຕ້ມກ່ຽວກັບເສັ້ນທາງໃນໝູ່ບ້ານຂອງຈິດຕະກອນ ເລແອັງເວິນ ພາບແຕ້ມກ່ຽວກັບຖະໜົນຍ່າເທີ່ - ຮ່າໂນ້ຍ ຂອງຈິດຕະກອນ ຟ້າມລວນ ຄວາມຕັກເຕືອນຂອງທີ່ດິນ ຂອງຈິດຕະກອນຟ້າມຮ່າຫ໋າຍ ຮູບແຕ້ມກ່ຽວກັບວັນນັດພົບກັນຂອງຈິດຕະກອນ ມາຍຊວັນແອັງ
TAG
VOV/VOVworld/
Related








