ງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ”
02/12/2020 04:55

ດ້ວຍຮູບຖ່າຍກວ່າ 100 ແຜ່ນ, ງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ” ຢາກແນະນຳກັບຜູ້ຊົມກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ຂະບວນວິວັດການແຫ່ງການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດໃນປະຈຸບັນ, ຢັ້ງຢືນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ສາຍພົວພັນ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ທີ່ພິທີເປີດງານວາງສະແດງ, ບັນດາແຂກຖືກເຊີນໄດ້ຮັບຟັງບັນດາບົດເພງ, ວາດຟ້ອນຂ່ຳນັບຊົມເຊີຍ ແລະ ຮັບຟັງບົດກ່າວຄຳເຫັນກ່ຽວກັບຄວາມໝາຍຂອງງານວາງສະແດງຄັ້ງນີ້. ສະແດງສິລະປະດ້ວຍບັນດາບົດເພງກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ - ລາວ ເປີດສາກລາຍການ ຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມລາຍການ. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຕະກວາງດົງ ໃຫ້ຮູ້ວ່າ: ຜ່ານງານວາງສະແດງຄັ້ງນີ້, ພ້ອມກັບການພົວພັນທາງດ້ານການເມືອງ, ເສດຖະກິດ, ການຮ່ວມມືພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ - ລາວ ຈະເປັນການປະກອບສ່ວນສຳຄັນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ສະຫງວນການສະໜັບສະໜູນອັນໃຫຍ່ຫຼວງ, ການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ໃນຕະຫຼອດໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ກໍຄືໃນປະຈຸບັນ.
Related








