VOV WorldVOV World
ນັກຮຽນໃນທົ່ວປະເທດກັບຄືນໂຮງຮຽນໃນເງື່ອນໄຂການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຮັດແໜ້ນ
06/03/2021 05:53
(VOVWORLD) -ໃນລະຫວ່າງວັນທີ 01 – 02 ມີນາ, ນັກຮຽນໃນທົ່ວປະເທດເລີ່ມກັບຄືນໂຮງຮຽນພາຍຫຼັງພັກການຮຽນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ນັກຮຽນໃນທົ່ວປະເທດກັບຄືນໂຮງຮຽນໃນເງື່ອນໄຂການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຮັດແໜ້ນ
ພາຍຫຼັງເວລາພັກຊົ່ວຄາວບໍ່ໂຮງຮຽນ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-9, ນັກຮຽນໃນທົ່ວປະເທດເລີ່ມກັບຄືນໂຮງຮຽນ. ປະຊາຊົນທຸກຄົນລ້ວນແຕ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕາມຂໍ້ກຳນົດ ແລະ ແຈ້ງຂໍ້ມູນດ້ານສາທາລະນະສຸກ, ການເຄື່ອນໄຫວໄປມາຂອງນັກຮຽນ, ພໍ່ແມ່ນັກຮຽນໃນໄລຍະທີ່ບໍ່ໄດ້ໄປຮຽນໂຮງຮຽນ. ພ້ອມກັນນັ້ນ, ບັນດາໂຮງຮຽນກໍ່ເພີ່ມທະວີການໂຄສະນາ, ແນະນຳໃຫ້ນັກຮຽນປະຕິບັດຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ໂດຍສະເພາະແມ່ນໃຊ້ຜ້າອັດປາກ - ອັດດັງໃນໂຮງຮຽນ. ອາຈານໂຮງຮຽນອະນຸບານ ຕວຍເທີ (ເມືອງ 8, ນະຄອນໂຮ່ຈີມິນ) ແນະນຳເດັກລ້າງມືກ່ອນເຂົ້າຫ້ອງຮຽນ