VOV WorldVOV World
ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ
17/09/2021 10:23
(VOVWORLD) -ຫວ່າງມໍ່ໆມານີ້, ຄະນະຈັດຕັ້ງການປະກວດ Drone Photo Awards 2021 ໄດ້ປະກາດພາບຖ່າຍທີ່ຍາດໄດ້ລາງວັນປະເພດຕ່າງໆຄື: ທຳມະຊາດ, ຕົວເມືອງ, ມະນຸດ, ສັດປ່າ… ໃນນັ້ນ, ນັກຖ່າຍຮູບ ຟ້າມຮຸຍຈຸງ ຂອງຫວຽດນາມ ຍາດໄດ້ລາງວັນທີໜຶ່ງໃນຫົວຂໍ້ມະນຸດ ດ້ວຍພາບຖ່າຍ “ຫາປາຢູ່ປ່າຊາຍເລນ”. ພາບຖ່າຍໄດ້ຖ່າຍຢູ່ ຟ໊າຕາມຢາງ, ແຂວງ ເທື່ອທຽນເຫ້ວ.
ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ
ບັນຊີພາບຖ່າຍທີ່ຍາດໄດ້ລາງວັນໄດ້ປະກາດໃນເວັບໄຊການປະກວດໃນຕົ້ນເດືອນ ກັນຍາ. ພິທີມອບລາງວັນຈະໄດ້ຈັດຂຶ້ນຢູ່ Siena, ປະເທດ ອີຕາລີ ໃນເດືອນ ຕຸລາ ໃນເຫດການ Siena Awards Festival. ບັນດາພາບຖ່າຍທີ່ປະທັບໃຈທີ່ສຸດໃນການປະກວດປີນີ້: 1 ພາບຖ່າຍແຫ່ງປີ ພາບຖ່າຍຝູງນົກຫ່ານຟ້າຢູ່ທາງພາກກາງ ນອກແວ ຂອງນັກຖ່າຍຮູບຊາວ ນອກແວ Terje Kolaas ຍາດໄດ້ລາງວັນທີໜຶ່ງໃນການປະກວດ Drone Photo Awards 2021. ພາບ: Terje Kolaas/Siena Awards 2 ມະນຸດ ພາບຖ່າຍ “ຫາປາຢູ່ເຂດປ່າຊາຍເລນ” ໂດຍນັກຖ່າຍຮູບ ຟ້າມຮຸຍຈຸງ ຖ່າຍຢູ່ບຶງ ຕາມຢາງ, ແຂວງ ເທື່ອທຽນເຫ້ວ, ຍາດໄດ້ລາງວັນທີໜຶ່ງປະເພດມະນຸດໃນການປະກວດ Drone Photo Awards 2021. ພາບ: ຟ້າມຮຸຍຈຸງ/Siena Awards 3 ຕົວເມືອງ ຍາດໄດ້ລາງວັນທີໜຶ່ງປະເພດ ຕົວເມືອງ ແມ່ນພາບຖ່າຍຂອງນັກຖ່າຍຮູບຊາວ ລັດເຊຍ Sergei Poletaev ດ້ວຍພາບຖ່າຍສຳນັກບວດມີອາຍຸ 500 ປີຢູ່ເຂດ ມົດສະກູ. ພາບ: Sergei Poletaev/Siena Awards 4 ສັດ ພາບຖ່າຍຂອງນັກຖ່າຍຮູບຊາວ ໂອມານ Al Farsi ຍາດໄດ້ລາງວັນທີໜຶ່ງປະເພດສັດ. ພາບ: Qasim Al Farsi/Siena Awards 5 ກິລາ ພາບຖ່າຍຂອງນັກຖ່າຍຮູບຊາວ ອົດສະຕາລີ Phil De Glanville ຍາດໄດ້ລາງວັນປະເພດກິລາ. ພາບ: Phil De Glanville/Siena Awards 6 ທຳມະຊາດ ພາບຖ່າຍຍອດພູເຂົາໄຟຢູ່ ອຽກລັງ ຂອງນັກຖ່າຍຮູບຊາວອາເມລິກາ Martin Sanchez ຍາດໄດ້ລາງວັນປະເພດທຳມະຊາດ. ພາບ: Martin Sanchez/Siena Awards 7 ນາມມະທຳ ພາບຖ່າຍ “ແມ່ນ້ຳຖືກມົນລະພິດ” ຂອງນັກຖ່າຍຮູບ Gheorghe Popa, ຊາວ ໂຣມາເນຍ, ຍາດໄດ້ລາງວັນທີໜຶ່ງປະເພດນາມມະທຳ. ພາບ: Gheorghe Popa/Siena Awards 8 ງານດອງ ພາບຖ່າຍຍາດໄດ້ລາງວັນປະເພດ “ງານດອງ” ເປັນຂອງນັກຖ່າຍຮູບຊາວ ອີຕາລີ Matteo Originale ຖ່າຍຢູ່ Marina di Pisa. ພາບ: Matteo Originale/Siena Awards