ຜະລິດຕະພັນຖົງຫັດຖະກຳເຮັດຈາກເສັ້ນປໍ (ເສັ້ນປ່ານ)
23/07/2021 03:53
(VOVWORLD) -ຜະລິດຕະພັນຖົງເຮັດຈາກເສັ້ນປໍມີເຄື່ອງໝາຍການຄ້າ “ລ່າລ໊າລາ” ຢູ່ຮ່າໂນ້ຍ ໄດ້ເຮັດຈາກເສັ້ນປໍທຳມະຊາດ, ມຸ່ງໄປເຖິງການປ່ຽນແທນການນຳໃຊ້ຖົງຢາງປລາດສະຕິກ.

ໂດຍປະຕິບັດຕາມຫຼັການພັດທະນາແບບຍືນຍົງ, ບໍ່ນຳໃຊ້ບັນດາວັດຖຸກໍ່ມົນລະຜິດຕໍ່ສິ່ງແວດລ້ອມ, ດ່າວທູຈາງ (ອາຍຸ 31 ປີ) ແລະ ເຈິ່ນກວິ່ງແອັງ (ອາຍຸ 29 ປີ) ໄດ້ເລືອກທາງເດີນສະເພາະໃຫ້ຕົນເອງ, ເປີດຕົວເຄື່ອງໝາຍການຄ້າຖົງທີ່ເຮັດຈາກເສັ້ນປໍຢູ່ຮ່າໂນ້ຍ ດ້ວຍຊື່ວ່າ “ລ່າລ໊າລາ” ທີ່ເປັນມິດກັບສິ່ງແວດລ້ອມ. ໂດຍແມ່ນຜູ້ເມົາມົວກັບການອອກແບບ, ເພື່ອນໜຸ່ມ 2 ຄົນນີ້ເຫັນໄດ້ຄວາມງາມສະເພາະຂອງຖົງທີ່ເຮັດຈາກເສັ້ນປໍ. ເຂົາເຈົ້າໄດ້ສ້າງເປັນຜະລິດຕະພັນແຟຊັນ, ທັງເປັນມິດກັບສິ່ງແວດລ້ອມ. ຖົງນີ້ໄດ້ອອກແບບໂດຍອີງໃສ່ແຫຼ່ງບັນດານໃຈຈາກພາບແຕ້ມພື້ນເມືອງ ດົງໂຮ່. ດ້ວຍຖົງເສັ້ນປໍແຕ່ລະອັນ, ເພື່ອນໜຸ່ມ 2 ຄົນໄດ້ສົ່ງສານທີ່ແຕກຕ່າງກັນ. ນັ້ນອາດຈະແມ່ນເລື່ອງລາວກ່ຽວກັບປາວານຂຽວທີ່ມີຄວາມສ່ຽງຖືກສູນພັນ ຫຼື ເລື່ອງລາວກ່ຽວກັບທະເລ… ຈຸດທີ່ເປັນເອກະລັກສະເພາະຂອງບັນດາຖົງເສັ້ນປໍນີ້ ແມ່ນບັນດາລວດລາຍທີ່ປັກແສ່ວດ້ວຍມື້. ຕໍ່ໄປນີ້ແມ່ນບັນດາຖົງຂອງເຄື່ອງໝາຍການຄ້າ “ລ່າລ໊າລາ”: ຖົງແຕ່ລະອັນມີລາຄາແຕ່ 85.000 ດົ່ງ ຫາ 295.000 ດົ່ງ (ປະມານແຕ່ 4 ຫາ 13 USD/ອັນ).
Related








