ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ
19/09/2020 07:15
(VOVWORLD) - ພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ແມ່ນອົງການຄຸ້ມຄອງລັດແຫ່ງທຳອິດຢູ່ ເທື່ອທຽນເຫ້ວ ໄດ້ຜັນຂະຫຍາຍໃຫ້ເພດຊາຍນຸ່ງຊຸດເສື້ອຍາວໄປເຮັດວຽກ.

ໂດຍເລີ່ມຕົ້ນແຕ່ເດືອນກັນຍາເປັນຕົ້ນໄປ, ພະນັກງານ, ພາລະກອນຂອງພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ໄດ້ນຸ່ງຊຸດເສື້ອຍາວປະຈຳຊາດໄປເຮັດວຽກ; ໂດຍໄດ້ກຳນົດເອົາວັນຈັນໃນອາທິດທຳອິດຂອງແຕ່ລະເດືອນ ທຸກຄົນຢູ່ພະແນກນີ້ຕ້ອງນຸ່ງຊຸດເສື້ອຍາວເຂົ້າຮ່ວມພິທີເຄົາລົບທຸງຊາດ. ເພດຊາຍສັງກັດພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ນຸ່ງຊຸດເສື້ອຍາວປະຈຳຊາດໃນພິທີເຄົາລົບທຸງຊາດ. ພະນັກງານພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ກັບຊຸດເສື້ອຍາວປະຈຳຊາດ ອ້າຍ ເຈິ່ນຮິວອານ, ພະນັກງານພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ, ພາຍຫຼັງຈັດກອງປະຊຸມສຳມະນາ “ເຫ້ວ - ຄຸ້ມເມືອງເກົ່າແຫ່ງຊຸດເສື້ອຍາວຂອງຫວຽດນາມ” ເມື່ອຕົ້ນເດືອນ ກໍລະກົດ ຜ່ານມາ, ຂະແໜງວັດທະນະທຳ ເຫ້ວ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນ ຕັດຊຸດເສື້ອຍາວເພື່ອ “ອະນຸລັກຮັກສາຊຸດເສື້ອຍາວປະຈຳຊາດ”. ນອກຈາກພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ແລ້ວ, ປະຈຸບັນຍັງບໍ່ທັນມີອົງການໃດຢູ່ແຂວງນີ້ຜັນຂະຫຍາຍໃຫ້ເພດຊາຍນຸ່ງຊຸດເສື້ອຍາວໄປການ. ຕາມນັກຄົ້ນຄວ້າ ຫງວຽນຊວັນຮວາ ແລ້ວ, ຊຸດເສື້ອຍາວທີ່ພະນັກງານເພດຊາຍຂອງຂະແໜງວັດທະນະທຳເຫ້ວ ນຸ່ງນັ້ນ ແມ່ນມີມາແຕ່ສະໄໝເຈົ້າຊີວິດ ຫງວຽນຟຸກຄ໊ວາດ ແລະ ເຈົ້າຊີວິດ ມິງມ້າງ ໄດ້ເອົາມາເປັນເຄື່ອງນຸ່ງປະຈຳຊາດ ພາຍຫຼັງການໄປປະຕິບັດງານຢູ່ພາກເໜືອ.
Related








