VOV WorldVOV World
ສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ: ຄິດຮອດຊຸມມື້ເດືອນ ສິງຫາ ທີ່ສະຫງ່າລາສີ
19/08/2021 02:51
(VOVWORLD) -ວັນທີ 19 ສິງຫາ 1945 ໄດ້ກ້າວເຂົ້າສູ່ປະຫວັດສາດອັນສະຫງ່າລາສີຂອງຊາດຫວຽດນາມ ຄືດັ່ງຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມ - ການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ, ລັດປະຊາທິປະໄຕກຳມະກອນຊາວນາທຳອິດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນ.
ສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ: ຄິດຮອດຊຸມມື້ເດືອນ ສິງຫາ ທີ່ສະຫງ່າລາສີ
ເດືອນ ສິງຫາ 1945, ພາຍໃຕ້ການຊີ້ນຳຂອງພັກ ແລະ ຂອງປະທານໂຮ່ຈີມິນ, ປະຊາຊົນທົ່ວປະເທດພ້ອມກັນລຸກຂຶ້ນ, ດຳເນີນການລຸກຮື້ຂຶ້ນຂະໜາດໃຫຍ່, ຍາດເອົາສິດອຳນາດ. ຕອນເຊົ້າວັນທີ 19 ສິງຫາ, ການລຸກຮື້ຂຶ້ນຍາດໄດ້ໄຊຊະນະຢູ່ຮ່າໂນ້ຍ. ຈາກນະຄອນຫຼວງ ຮ່າໂນ້ຍ, ກະແສການປະຕິວັດໄດ້ແຜ່ຂະຫຍາຍອອກສູ່ທົ່ວປະເທດ ແລະ ຍາດໄດ້ໄຊະນະຢ່າງຕໍ່ເນື່ອງ. 76 ປີຜ່ານມາແລ້ວ (19 ສິງຫາ 1945 – 19 ສິງຫາ 2021) ແຕ່ບັນຍາກາດຂອງວັນປະຕິວັດເດືອນ ສິງຫາ ຍັງຄົງຕົວຕະຫຼອດໄປ. ລົດຕິດໂທລະໂຄ່ງກະຈາຍຄຳສັ່ງລຸກຮື້ຂຶ້ນຂະໜາດໃຫຍ່ປະຕິວັດເດືອນ ສິງຫາ 1945 ຢູ່ຮ່າໂນ້ຍ.