VOV WorldVOV World
ສູນປິ່ວປົວ ແລະບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ - ບ່ອນຜ່ອນຄາຍຄວາມເຈັບປວດຈາກສົງຄາມ
24/07/2020 09:56
(VOVWORLD) -ສູນປິ່ວປົນ ແລະ ບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ, ແຂວງ ຮ່ານາມ, ໄດ້ຮັບການສ້າງຕັ້ງເມື່ອປີ 1957, ຂຶ້ນກັບກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ.
ສູນປິ່ວປົວ ແລະບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ - ບ່ອນຜ່ອນຄາຍຄວາມເຈັບປວດຈາກສົງຄາມ
ສູນດັ່ງກ່າວມີບົດບາດໜ້າທີ່ຕ້ອນຮັບ, ຄຸ້ມຄອງ, ປິ່ນປົວ, ລ້ຽງດູ, ຟື້ນຟູອະໄວຍະວະ ແລະ ປະຕິບັດບັນດາລະບອບນະໂຍບາຍໃຫ້ແກ່ບັນດາທະຫານເສຍອົງຄະເຈັບໜັກທີ່ມີອັດຕາສ່ວນການອອກແຮງງງານຊຸດໂຊມເຖິງ 81% ຂຶ້ນໄປໃນບໍລິເວນທົ່ວປະເທດ. ປະຈຸບັນ, ສູນດັ່ງກ່າວພວມເບິ່ງແຍງດູແລທະຫານເສຍອົງຄະເກືອບ 60 ຄົນທີ່ມາຈາກ 13 ແຂວງ, ນະຄອນໃນທົ່ວປະເທດ. ປະຕູທາງເຂົ້າສູນປິ່ວປົນ ແລະ ບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ ຕົ້ນໄມ້ຂຽວທີ່ຢູ່ອ້ອມແອ້ມບ່ອນພັກເຊົາຂອງບັນດາທະຫານເສຍອົງຄະ, ໄດ້ສ້າງບັນຍາກາດປອດໂປ່ງ, ເຢັນສະບາຍໃນຍາມລະດູແລ້ງ. ເຖິງວ່າສົງຄາມໄດ້ຜ່ານພົ້ນໄປແລ້ວກໍ່ຕາມ, ແຕ່ບັນດາບາດແຜຈາກສົງຄາມຍັງມີຢູ່ຕາມຕົນຕົວຂອງບັນດາທະຫານ. ທ່ານ ເລດິ່ງເອິນ, ທະຫານເສຍອົງຄະ ¼ ຖືກຂາກຸດທັງ 2 ເບື້ອງໃນຂະນະທີ່ເຂົ້າຮ່ວມການປົກປັກຮັກສາຊາຍແດນຢູ່ທາງພາກເໜືອໄລຍະ 1979 – 1991. ຖັນແຖວແພດໝໍໄດ້ປະຈຳການຕະຫຼອດເພື່ອປິ່ນປົວໃຫ້ບັນດາທະຫານເຈັບປ່ວຍ ແລະ ເສຍອົງຄະໄດ້ຢ່າງທັນການ ໃນຊຸມມື້ຂອງເດືອນ ກໍລະກົດ ແມ່ນໂອກາດເພື່ອໃຫ້ບັນດາທະຫານເສຍອົງຄະໄດ້ນຸ່ງຊຸດທະຫານ ແລະ ໃສ່ຫຼຽນກາວິລະກຳ. ວັນທີ 16 ກໍລະກົດ 2020, ຄະນະປະຕິບັດງານກອງບັນຊາການຕຳຫຼວດທະເລ ແລະ ສະມາຄົມນັກຮົບເກົ່ານະຄອນຮ່າໂນ້ຍ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ສູນແຫ່ງນີ້. ບັນດາທະຫານເສຍອົງຄະພົບປະກັບອົງການຈັດຕັ້ງມະຫາຊົນໃນວັນທີ 16 ກໍລະກົດ 2020. ໂດຍໄດ້ຮັບການຢື້ຢາມຖາມຂ່າວ, ບັນດາທະຫານເສຍອົງຄະມີຄວາມຮູ້ສຶກວ່າຄື ໄດ້ຈາລຶກບຸນຄຸນກ່ຽວກັບການເສຍສະຫຼະຂອງຕົນອີກຄັ້ງໜຶ່ງ. ທ່ານນາງ ມ້າທິບິ໊ກຍ້ານ, ຫົວໜ້າສູນປິ່ນປົວ ແລະ ບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ, ໃຫ້ຮູ້ວ່າ, ທາງສູນຈະມານະພະຍາຍາມໃຫ້ຫຼາຍກວ່ານີ້ຕື່ມອີກ, ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາທະຫານເສຍອົງຄະທີ່ພວມປິ່ນປົວຢູ່ສູນແຫ່ງນີ້, ນັ້ນແມ່ນນ້ຳໃຈ, ຄວາມເອົາໃຈໃສ່ເຊິ່ງຊາວຫວຽດນາມ ແຕ່ລະຄົນຕ້ອງຈາລຶກບຸນຄຸນຕໍ່ຄົນລຸ້ນກ່ອນໆ.