VOV WorldVOV World
ຮູບ​ພາບ​ກ່ຽວ​ກັບ​ຖ້ຽວ​ບິນ​ນຳ​ຊາວ ຫວຽດ​ນາມ​ ຈ​າກ​ອູ່​ຮັ້​ນ​ກັບ​ເມືອ​ປະ​ເທດ
12/02/2020 09:28
(VOVWORLD) -ເວລາ 5 ໂມງ 4 ນາທີຕອນເຊົ້າ ວັນທີ 10 ກຸມພາ ຖ້ຽວບິນເລກໝາຍ HVN68 ໄດ້ນຳພົນລະເມືອງຫວຽດນາມ ຈາກອູ່ຮັ້ນກັບເມືອຮອດທ່າອາກາດສະຍານສາກົນເວີນໂດນ
ຮູບ​ພາບ​ກ່ຽວ​ກັບ​ຖ້ຽວ​ບິນ​ນຳ​ຊາວ ຫວຽດ​ນາມ​ ຈ​າກ​ອູ່​ຮັ້​ນ​ກັບ​ເມືອ​ປະ​ເທດ
ຖ້ຽວບິນເລກໝາຍ HVN68 ໄດ້ນຳພົນລະເມືອງອູ່ຮັ້ນ ກັບເມືອຮອດທ່າອາກາດສະຍານສາກົນ ເວີນໂດນ. ໃນເຮືອບິນມີຈຸບິນ ແລະ ຜູ້ຮັບໃຊ້ເຮືອບິນລວມ 15 ຄົນ, ທ່ານໝໍ 3 ຄົນ ແລະ ຜູ້ໂດຍສານ 30 ຄົນ ບັນດາພາກສ່ວນຢູ່ໜ້າດິນຖືກລະດົມເພື່ອເພີ່ມທະວີການບໍລິຫານ, ຕິດຕາມຖ້ຽວບິນດ້ວຍບຸລິມະສິດສູງສຸດເພື່ອຮັບປະກັນແຜນການທີ່ໄດ້ວາງໄວ້ ບັນດານັກຂ່າວ VOV ເຄື່ອນໄຫວຢູ່ທ່າອາກາດສະຍານສາກົນ ເວີນໂດນ ໃນເວລາລໍຖ້າເຮືອບິນເຮັດລະບຽບການ, ບັນດາພະນັກງານ, ແພດໝໍໄດ້ປັບແປງເຄີ່ອງນຸ່ງ, ອຸປະກອນການແພດ ລົດຮັບໃຊ້ສະເພາະຂອງທ່າອາກາດສະຍານສາກົນ ເວີນໂດນ ໄດ້ນຳຜູ້ໂດຍສານຈາກເຮືອບິນໄປຍັງບໍລິເວນກວດສຸຂະພາບ ບັນດາຜູ້ໂດຍສານທຳອິດ ກັບເມືອຮອດທ່າອາກາດສະຍານສາກົນ ເວີນໂດນ ພະນັກງານແພດໝໍກວດອຸນຫະພຸມຮ່າງກາຍຂອງຜູ້ໂດຍສານ ແລະ ຈຸບິນ ຜູ້ໂດຍສານຄົນທຳອິດເຮັດລະບຽບແຈ້ງ ອາການສຸຂະພາບຢູ່ ທ່າອາກາດສະຍານສາກົນ ເວີນໂດນ ເພື່ອແນໃສ່ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງຜູ້ໂດຍສານ ແລະ ແຮງງານຢູ່ທັງອູ່ຮັ້ນ ປະເທດຈີນ ແລະ ຫວຽດນາມ ນັ້ນ, Vietnam Airline ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະກອບຊຸດເຄື່ອງນຸ່ງກັນເຊື້ອໄວຣັດ ໃຫ້ແກ່ຈຸບິນ ແລະ ພາລະກອນໜ້າດິນຈັດສົ່ງຜູ້ຊ່ຽວຊານນຳອຸປະກອນ ການແພດສະເພາະເພື່ອຮັບໃຊ້ຖ້ຽວບິນ ເມື່ອລົງຈາກລົດໃນທັນທີ, ບັນດາຜູ້ໂດຍສານໄດ້ຍ່າງເຂົ້າບໍລິເວນທີ່ຖືກສີດຢາຂ້າເຊື້ອ ເຄື່ອງຂອງທັງໝົດຂອງຜູ້ໂດຍສານກໍ່ຖືກສີດຢາຂ້າເຊື້ອແນໃສ່ລີກລ້ຽງຄວາມສ່ຽງຕິດແປດໂລກພະຍາດ ພາຍຫຼັງທີ່ໄດ້ຖືກສີດຢາຂ້າເຊື້ອແລ້ວ, ບັນດາຜູ້ໂດຍສານໄດ້ເຂົ້າກວດອຸນຫະພູນຮ່າງກາຍ ບັນດາຜູ້ໂດຍສານເຮັດລະບຽບການເຂົ້າເມືອງ ຜູ້ໂດຍສານທັງໝົດແລະຈຸບິນໃນຖ້ຽວບິນກໍ່ລ້ວນແຕ່ຕ້ອງປະຕິບັດ ຢ່າງຖືກຕ້ອງຕາມຂັ້ນຕອນທີ່ໄດ້ນຳໃຊ້ກັບແຂກທີ່ມາຈາກເຂດເກີດໂລກລະບາດຕາມລະບຽບການຂອງສູນກວດໂລກລະບາດສາກົນ ແລະ ໄດ້ຖືກນຳເຂົ້າເຂດ ແຍກຕົວຕ່າງຫາກ ເພື່ອກວດແລະຕິດຕາມອາການສຸຂະພາບໃນເວລາ 14 ວັນ ຢູ່ໂຮງໝໍພະຍາດ ເຂດຮ້ອນເລກ 2 (ທີ່ຮ່າໂນ້ຍ).
TAG
VOV/VOVworld/​ອູ່​ຮັ້​ນ/ໄວ​ຣ​ັດ ໂຄ​ໂຣ​ນາ