ວັນບຸນບັນໂຈຍ, ບັນໄຈເຕັມໄປດ້ວຍສີສັນຫວຽດນາມ
25/03/2020 08:59
(VOVWORLD) -ເນື່ອງໃນໂອກາດວັນບຸນບັນໂຈຍ, ບັນໄຈຄືໃນວັນທີ 3 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນດາຄອບຄົວ ຊາວຫວຽດນາມ ເຄີຍຖະຫວາຍບັນໂຈຍ, ບັນໄຈເພື່ອບູຊາບັນພະບູລຸດເຊິ່ງເປັນການສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະພາວະນາໃຫ້ມີສິ່ງທີ່ຈົບງາມແລະຄວາມຢູ່ເຢັນເປັນສຸກໃນການດຳລົງຊີວິດ

ວັນບຸນບັນໂຈຍ, ບັນໄຈນີ້ກໍ່ມີຄວາມໝາຍ ສຳຄັນທີ່ສຸດເຊິ່ງເປັນການອາໄລຫາເຖິງບັນດາຜູ້ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະປົກປັກຮັກສາປະເທດຊາດແລະສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກ, ວິຖີຊີວິດ, ຄວາມຄາດຫວັງຂອງຊາວ ຫວຽດນາມ. ວັດຖຸດິບເພື່ອເຮັດບັນໂຈຍ, ບັນໄຈ (ແບ້ງເຂົ້າໜຽວ, ນ້ຳຕານ, ນວນໝາກພ້າວ) ນ້ຳຕານແລະນວນໝາກພ້າວເພື່ອເຮັດໄສ້ ຂອງບັນໄຈ ການນຳໃຊ້ບັນໂຈຍ, ບັນໄຈເພື່ອຖະຫວາຍບູຊາບັນພະບູລຸດກໍ່ມີຄວາມໝາຍອັນດີງາມຫຼາຍຢ່າງ. ມັນສະແດງໃຫ້ເຫັນ ວັດທະນະທຳປູກເຂົ້ານາທາມ. ເຂົ້າໜົມ 2 ຊະນິດນີ້ກໍ່ລ້ວນແຕ່ເຮັດຈາກແບ້ງເຂົ້າໜຽວຫອມເຊິ່ງແມ່ນຜົນງານຂອງການອອກແຮງງານທີ່ລຳບາກຂອງຊາວກະສິກອນຈຶ່ງສາມາດຖະຫວາຍບູຊາປູຍ່າຕາຍາຍ ບັນພະບູລຸດ ບັນໂຈຍ, ບັນໄຈຕາມປະເພນີຂອງຊາວຫວຽດນາມ. ບັນໂຈຍອັນເປັນປະເພນີ ຖືກເຮັດຈາກແບ້ງເຂົ້າໜຽວ, ໄສ້ແມ່ນມີນ້ຳຕານ. ສ່ວນບັນໄຈໄສ້ຖືກເຮັດດ້ວຍໝາກຖົ່ວຂຽວແລະນ້ຳຕານ. ເມື່ອຕົ້ນສຸກແລ້ວຕັກໃສ່ຈານແລະຖ້ວຍແລ້ວກໍ່ເອົາໝາກງ່າແລະນວນໝາກພ້າວໂຮຍໃສ່ເທິງ. ບັນໄຈທີ່ເປັນປະເພນີ ໃນທຸກວັນນີ້ມີບາງຄອບຄົວນິຍົມເຮັດບັນໂຈຍດ້ວຍສີຫຼາກຫຼາຍ ບັນໄຈມີສີຫຼາກຫຼາຍ ໃນໂອກາດນີ້ບັນດາຄອບຄົວບໍ່ຄວນກະກຽມອາຫານຫຼາຍເຍື່ອງທີ່ສິ້ນເບື້ອງເງິນທຶນແຕ່ພຽງຕ້ອງການມີຈິດໃຈເຮັດບັນໂຈຍ, ບັນໄຈເພື່ອຖະຫວາຍບູຊາປູຍ່າຕາຍາຍ, ບັນພະບູລຸດ ພາວະນາໃຫ້ມີແດ່ສິ່ງທີ່ຈົບງາມແລະມີຄວາມຢູ່ເຢັນເປັນສຸກໃນຊີວິດ.
TAG
VOV/VOVworld/ບັນໂຈຍ/ບັນໄຈ
Related








