VOV WorldVOV World
ວັນບຸນໄຫວ້ພະຈັນຢູ່ຮ່າໂນ້ຍ ເຕັມໄປດ້ວຍສີສັນຫຼາກຫຼາຍ
30/09/2020 08:32
(VOVWORLD) - ນັບພັນປີມານີ້, ເມື່ອວັນບຸນໄຫວ້ພະຈັນວຽນມາ, ຊາວຮ່າໂນ້ຍ ໄດ້ພາກັນຕ້ອນຮັບວັນບຸນໄຫວ້ພະຈັນ ໃນວັນທີ 15 ເດືອນ 08 (ໄລ່ຕາມຈັນທະປະຕິທິນ) ຢ່າງຟົດຟື້ນມ່ວນຊື່ນ.
ວັນບຸນໄຫວ້ພະຈັນຢູ່ຮ່າໂນ້ຍ ເຕັມໄປດ້ວຍສີສັນຫຼາກຫຼາຍ
ປີ 2020 ນີ້, ຍ້ອນໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ສະນັ້ນບັນດາການເຄື່ອນໄຫວເນື່ອງໃນໂອກາດນີ້ກໍ່ມີການຈຳກັດກວ່າ. ໃນໂອກາດວັນບຸນໄຫວ້ພະຈັນ, ຢູ່ຖະໜົນ ຮ່າງມ້າ ມີຄົນທ່ຽວໄປມາຢ່າງຄັບຄາໜາແໜ້ນ ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍ່ຕາມ. ສິນຄ້າທີ່ວາງຂາຍຢູ່ທີ່ນີ້ແມ່ນມີຫຼາຍຮູບຫຼາຍແບບ ແລະ ດຶງດູດໃຈ ນັບແຕ່ບັນດາເຄື່ອງທີ່ສວຍງາມ, ແປກປະຫຼາດ… … ຕະຫຼອດຮອດບັນດາເຄື່ອງທີ່ບໍ່ອາດຂາດໄດ້ໃນໂອກາດວັນບຸນໄຫວ້ພະຈັນ ນັບແຕ່ເດັກນ້ອຍ ຕະຫຼອດຮອດຜູ້ໃຫຍ່ ເຖິງວ່າໄດ້ຕັ້ງຢູ່ມູມນ້ອຍໆກໍ່ຕາມ, ແຕ່ຮ້ານຂາຍເຄື່ອງປັ້ນຕໍແຮ ຂອງນັກສິລະປະການ ດັ້ງວັນເຮົ້າ ໄດ້ສ້າງຄວາມດຶງດູດໃຈສຳລັບຫຼາຍຄົນ. ເຂດພະລາຊະວັງ ຮ່ວາງແທັ່ງທັງລອງ, ສູນອະນຸລັກມໍລະດົກທັງລອງ - ຮ່າໂນ້ຍ ກໍໄດ້ກະກຽມລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ປີ 2020 ຢ່າງລະອຽດທີ່ສຸດ. ວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ ໄດ້ວາດພາບຄືນຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ. ເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ, ລາຍການຕ້ອນຮັບວັນບຸນໄຫວ້ພະຈັນຢູ່ພະລາຊະວັງ ຮ່ວາງແທັ່ງທັງລອງ ໄດ້ຊ່ວຍໃຫ້ນັກທ່ອງທ່ຽວ ແລະ ພວກນ້ອຍໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງວັນບຸນໄຫວ້ພະຈັນໃນເມື່ອກ່ອນ ດ້ວຍສີສັນຫຼາກຫຼາຍ. ພາເຂົ້າຕ້ອນຮັບວັນບຸນໄຫວ້ພະຈັນໃນເມື່ອກ່ອນ, ຈຸດສຸມແມ່ນທ່ານປະລິນຍາເອກທີ່ເຮັດດ້ວຍເຈ້ຍ, ໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ທີ່ຢາກໃຫ້ລູກຫຼານຂອງຕົນຮຽນເກັ່ງ, ເສັງໄດ້. ລາຍການສະແດງສິລະປະ “ແສງຈັນວັນເພງ” ປີນີ້ຖືກດຳເນີນນັບແຕ່ເວລາ 8 ໂມງ 30 ນາທີ ຂອງວັນທີ 26 ແລະ 27 ກັນຍາ.