ຕອບຈົດໝາຍທ່ານຜຸ້ຟັງສົ່ງເຖິງລາຍການພາກພາສາລາວໃນອາທິດ
20/11/2013 13:36
(vovworld)ເພື່ອນ ສົມພອນ ຢູ່ແຂວງ ອຸດົມໄຊໄດ້ສົ່ງ ອີແມວມາຫາລາຍການໂດຍເວົ້າວ່າ: ຂ້າພະເຈົ້າເຄີຍຕິດຕາມຮັບຟັງ ແລະ ຊົມລາຍການພາກພາສາລາວເປັນປະຈຳ, ໂດຍສະເພາະ ແມ່ນລາຍການຂ່າວ

(vovworld)- ໃນອາທິດຜ່ານມາ, ລາຍການພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍຈາກເພື່ອນສຸດດາລາ ຢູ່ນະຄອນຫລວງວຽງຈັນ, ເພື່ອນ ມີໄຊ ຢູ່ ແຂວງອັດຕະປື…ໂດຍແບ່ງປັນວ່າ: ລາຍການວັດທະນະທຳຫວຽດນາມຊື່ງລາຍການກະຈາຍສຽງພາກພາສາລາວໄດ້ອອກອາກາດໃນວັນຈັນປະຈຳອາທິດໄດ້ສ້າງຄວາມປະທັບໃຈຕໍ່ພວກເພື່ອນ, ຊ່ວຍໃຫ້ພວກເພື່ອນເຂົ້າໃຈຫລາຍຢ່າງກ່ຽວກັບຮີດຄອງປະເພນີຂອງບັນດາເຜົ່າຢູ່ຫວຽດນາມ. ເພື່ອນ ສົມພອນ ຢູ່ແຂວງ ອຸດົມໄຊໄດ້ສົ່ງ ອີແມວມາຫາລາຍການໂດຍເວົ້າວ່າ: ເພື່ອນເຄີຍຕິດຕາມຮັບຟັງ ແລະ ຊົມລາຍການພາກພາສາລາວເປັນປະຈຳ, ໂດຍສະເພາະ ແມ່ນລາຍການຂ່າວ ເພື່ອນມັກທີ່ສຸດ. ໃນນັ້ນ ຂ່າວຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ໃຫ້ຂ່າວທັນການ, ລົງເລິກ, ຂໍ້ມູນຂ່າວສານອຸດົມສົມບູນ. ເພື່ອນ ພອນສະຫວັນ, ພະນັກງານການເງິນ ລາວ ໄດ້ໂທລະສັບມາຫາລາຍການ ໂດຍຖາມວ່າ: ເດືອນໃດຢູ່ຮ່າໂນ້ຍ ອາກາດຫນາວກວ່າໝູ່, ເພາະວ່ານອ້ງຢາກໄປຢ້ຽມຢາມຮ່າໂນ້ຍໃນໂອກາດຍາມຫນາວຈັດ, ຫລັງຈາກນັ້ນນ້ອງສືບຕໍ່ໄປຢ້ຽມຢາມເທດສະບານຊາປາອີກ. ເພື່ອນພອນສະຫວັນທີ່ຮັກແພງ, ຕາມການພະຍາກອນຈາກກົມອຸຕຸນິຍົມອຸທົກກະສາດຫວຽດນາມແລ້ວ, ອາກາດຫນາວກວ່າໝູ່ຢູ່ພາກເຫນືອຫວຽດນາມ ອາດຈະຕົກໃນເດືອນ 1 ແລະ 2 ປີ 2014. ຖ້າຫາກເພື່ອນມີແຜນການໄປຢ້ຽມຢາມພາກເຫນືອຫວຽດນາມ ເພື່ອນຈົ່ງຕິດຕາມລາຍການພະຍາກອນອາກາດໃນຫນ້າເວັບຂອງພວກເຮົາຕື່ມອີກ ຜ່ານລະຫັດ vov5.vn ຫລື vovworld.vn.
TAG
vovworl/vov/ນັກປະພັນ/ລາງວັນ
Related
More








