ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ
12/12/2013 06:09
(vovworld) – ເພື່ອນ ສຸດທະສອນ ເຄືອບຄຳວອນ, ຮອງເລຂາຫ້ອງການສະຫະພັນກຳມະບານນະຄອນຫຼວງວຽງຈັນ ສະແດງຄວາມຂອບອົກຂອບໃຈວິທະຍຸກະຈາຍສຽງຫວຽດນາມລະບົບ VOV5 ໄດ້ຝາກຂອງຂວັນ ແລະ ໃບຢັ້ງຢືນຜູ້ຟັງວິທະຍຸຕະຫຼອດ 3 ປີ ໃຫ້ເພື່ອນ...

(vovworld) – ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ແລະ ຫວຽດນາມ ຫຼາຍທ່ານ. ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການ. ເພື່ອນ ສຸດທະສອນ ເຄືອບຄຳວອນ, ຮອງເລຂາຫ້ອງການສະຫະພັນກຳມະບານນະຄອນຫຼວງວຽງຈັນ ໂທລະສັບມາຫາລາຍການ ສະແດງຄວາມຂອບອົກຂອບໃຈວິທະຍຸກະຈາຍສຽງຫວຽດນາມລະບົບ VOV5 ໄດ້ຝາກຂອງຂວັນ ແລະ ໃບຢັ້ງຢືນຜູ້ຟັງວິທະຍຸຕະຫຼອດ 3 ປີ ໃຫ້ເພື່ອນ, ພ້ອມທັງອວຍພອນໃຫ້ລາຍການກະຈາຍສຽງພາກພາສາລາວ, ກໍ່ຄືວິທະຍຸກະຈາຍສຽງຫວຽດນາມ ນັບມື້ນັບພັດທະນາ, ມີຂ່າວ, ບົດຂຽນມ່ວນຫຼາຍບົດເພື່ອຮັບໃຊ້ຜູ້ຟັງ.
TAG
vovworld/vov/ລັດຖະທຳມະນູນ/ຂະແໜງສຶກສາ
Related
More







.jpg)