VOV WorldVOV World
ຜົນສຳເລັດຂອງກອງປະຊຸມ AMM 46ແລະການປະກອບສ່ວນທີ່ຕັ້ງຫນ້າຂອງຫວຽດນາມ
11/07/2013 07:00
(vovworld)-ເນື້ອໃນຈົດໝາຍທ່ານຜູ້ຟັງຜູ້ອ່ານສົ່ງເຖິງລາຍການໃນອາທິດຜ່ານມາຢາກຮູ້ກ່ຽວກັບໝາກຜົນ​ຂອງ​ກອງ​ປະຊຸມ AMM 46ແລະ​ການ​ປະກອບສ່ວນ​ຂອງ ຫວຽດນາມ
ຜົນສຳເລັດຂອງກອງປະຊຸມ AMM 46ແລະການປະກອບສ່ວນທີ່ຕັ້ງຫນ້າຂອງຫວຽດນາມ
(vovworld)- ​ໃນ​ອາທິດ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ໄດ້​ຮັບ​ຈົດໝາຍ, ​ໂທລະສັບ, ອີ​ແມວ​ຈາກ​ຜູ້​ຟັງ​ລາວ​ຫລາຍ​ຄົນ. ​ໃນ​ນັ້ນ ມີ​ຈົດໝາຍ​ຂອງ​ທ່ານ ສົມຫວັງ ​ແລະ ຄຳ​ຜູ​ຍຢູ່ ​ແຂວງ ບໍ່​ແກ້ວ. ບັນດາ​ທ່ານ​ຜູ້​ຟັງ​ໄດ້​ແບ່ງປັນ​ວ່າ: ຍ້ອນ​ຕ້ອງໄປ​ປະຕິບັດ​ງານ​ຢູ່​ຫ່າງ​ໄກ ​ແລະ ສຸຂະພາບ​ບໍ່​ເປັນ​ປົກກະຕິ ສະ​ນັ້ນ ​​ບໍ່​ຕິດຕາມ​ລາຍການ​ຂ່າວ​ໄດ້, ຫວັງ​ວ່າ​ລາຍການ​ພາກ​ພາສາ​ລາວ​ຈະ​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ AMM 46 ຊື່​ງຈັດ​ຕັ້ງ​ຢູ່ ບຣູ​ໄນ ຫວ່າງ​ແລ້ວ​ນີ້ ກໍ​ຄື​ຢາກ​ຮູ້​ການ​ປະກອບສ່ວນ​ຂອງ ຫວຽດນາມ ທີ່​ກອງ​ປະຊຸມ​ດັ່ງກ່າວ. ຂໍ​ຂອບ​ໃຈ​ທ່ານ ສົມ​ຫວັງ ​ແລະ ຄຳ​ຜູ​ຍ ​ທີ່ໄດ້​ສົນ​ໃຈ​ບັນດາລາຍການ​ VOV 5​ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ເຮົາຂໍ​ແນະນຳ​ໃຫ້​ທ່ານ​ສົມ​ຫວັງ​, ຄຳ​ຜູ​ຍ ​ແລະ ທ່ານ​ຜູ້​ຟັງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ​
TAG
ປຶກສາຫາລື

More