VOV WorldVOV World
ຜູ້ຟັງທີ່ໄກ້ສິດສະໜິດສະໜົມກັບວິທະຍຸກະຈາຍສຽງຫວຽດນາມ
16/02/2012 10:00
ທ່ານ ​ເຈີ​ນວັນ​ເຈືອງ-ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ຊື່​ງ​ແມ່ນຜູ້​ຟັງທີ່​ໄກ້​ສິດ​ສະໜິດສະໜົມກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ
ຜູ້ຟັງທີ່ໄກ້ສິດສະໜິດສະໜົມກັບວິທະຍຸກະຈາຍສຽງຫວຽດນາມ
ພາບປະກອບ ທ່ານ ​ເຈີ​ນວັນ​ເຈືອງ​ປີ​ນີ້​ມີ​ອາຍຸ​ເກືອບ 80 ປີ​ແລ້ວ, ລາວ​ເຄີຍ​ເປັນ​ຊ່າງ​ຕັດຫຍີບ​ຊຸດ​​ແວັດ​ທີ່​ມີ​ຊື່​ສຽງ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ. ບໍ່​ພຽງ​ແຕ່​ຕັ້ງໜ້າ​ກັບ​ການ​ທຳ​ມາ​ຫາ​ກິນ​ປະຈຳ​ວັນ​ເທົ່າ​ນັ້ນ, ທ່ານ​ຍັງ​ມີ​ຄວາມ​ເມົາ​ມົວ​ຮັບຟັງບັນດາ​ລາຍການ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມອີກ​ດ້ວຍ, ຜ່ານ​ນັ້ນທ່ານ​ໄດ້​​ເຜີ​ຍແຜ່​ຂ່າວຄາວ​ຈາກ​ພາຍ​ໃນ​ປະ​ເທດ​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ-​ລາວ​ ກໍ​ຄື​ໂຄສະນາ​ກ່ຽວ​ກັບ​ມູນ​ເຊື້ອ​​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ  ຫວຽດນາມ-​ລາວ ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ​ໄດ້​ຮັບ​ຊາບ….ທ່ານ ​ເຈີ​ນວັນ​ເຈືອງ ​ໄດ້​ກຳ​ເນີ​ດຢູ່ ລາວ, ມີ​ລູກ 4 ຄົນ, ປະຈຸ​ບັນ​​ເຂົາ​ເຈົ້າ​ໄດ້​ໃຫ່ຍ​ໂຕ​ກັນໝົດ​ແລ້ວ, ​ໃນ​ນັ້ນມີຜູ້​ເປັນ​ທ່ານໝໍ, ຜູ້​ເປັນ​ຄູ​ສອນ, ຜູ້​ເຮັດ​ວຽກ​ໃນ​ກົງຈັກ​ລັດຖະບານ​ ລາວ. ລູກ​ຂອງ​ທ່ານ​ກໍ​​ກຳ​ເນີດ​ຢູ່​ ລາວ ​ເຊັ່ນ​ດຽວ​ກັນ ​ແຕ່ສາມາດ​ເວົ້າທັງ​ພາສາ ຫວຽດ ​ແລະ​ພາສາ ລາວ ຢ່າງ​ລຽນ​ໄຫຼ​ດີ, ທ່ານ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ສິ່ງ​ດັ່ງກ່າວແມ່ນ​ຍ້ອນ​ເຂົາ​ເຈົ້າ​ໄດ້​ຮັບ​ຟັງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເປັນ​ປະຈຳ. ທ່ານ​ເຈືອງ​ໃຫ້​ຮູ້​ວ່າ: ຊາວ ​ຫວຽດນາມ ອາ​ໄສ​ຢູ່ ລາວ ​ຫຼາຍພໍ​ສົມຄວນ​ແຕ່​ບໍ່​ແມ່ນ​ວ່າ​ໃຜ​ກໍ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊີ່ງ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ວັດທະນະທຳ ຫວຽດນາມ ກໍ​ຄື​ປະຫວັດສາດ​​ແຫ່ງ​ສາຍ​ພົວພັນ​ລະຫວ່າງ​ ຫວຽດນາມ-​ລາວ:
TAG
ວິທະຍຸກະຈາຍສຽງຫວຽດນາມ