ສະຫລຸບຄຳເຫັນຂອງທ່ານຜູ້ຟັງໃນອາທິດຜ່ານມາ
04/06/2014 10:13
(vovworld)- ວິທະຍຸກະຈາຍສຽງຫວຽດນາມ ໄດ້ອັບເດດຂ່າວກ່ຽວກັບເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ໃນພາຫະນະສື່ມວນຊົນປະເພດຕ່າງເປັນປະຈຳ, ພິເສດແມ່ນໃນຄື້ນກະຈາຍສຽງ ແລະ ໃນເວັບໄຊ vovworld.vn ຂອງລະບົບລາຍການກະຈາຍສຽງດ້ວຍ 12 ພາສາ, ນັບທັງພາສາລາວ......

(vovworld)- ວິທະຍຸກະຈາຍສຽງຫວຽດນາມ ໄດ້ອັບເດດຂ່າວກ່ຽວກັບເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ໃນພາຫະນະສື່ມວນຊົນປະເພດຕ່າງເປັນປະຈຳ, ພິເສດແມ່ນໃນຄື້ນກະຈາຍສຽງ ແລະ ໃນເວັບໄຊ vovworld.vn ຂອງລະບົບລາຍການກະຈາຍສຽງດ້ວຍ 12 ພາສາ, ນັບທັງພາສາລາວ ແຕ່ວັນທີ 2/5/2014 ມາຮອດປະຈຸບັນ. ໃນເວລາ 1 ເດືອນເຕັມທີ່ຜ່ານມາ ນັບແຕ່ບັນດາຂ່າວຄາວທຳອິດກ່ຽວກັບເຫດການນີ້ໄດ້ອອກອາກາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ບົດວິຈານຂອງຜູ້ຟັງ, ຜູ້ອ່ານໃນທົ່ວໂລກ ສະແດງຄວາມຄັດຄ້ານຕໍ່ການກະທຳຜິດພາດຂອງຈີນ, ພ້ອມທັງອອກສຽງສະໜັບສະໜູນຫວຽດນາມ ແລະ ບັນດາວິທີແກ້ໄຂຄວາມເຄັ່ງຕຶງໃນປະຈຸບັນຂອງຫວຽດນາມ. ໃນລາຍການມື້ນີ້, ພວກເຮົາຂໍຄັດສະເໜີບາງຄຳເຫັນທີ່ທ່ານຜູ້ຟັງຝາກເຖິງວິທະຍຸກະຈາຍສຽງຫວຽດນາມ ສະໜັບສະໜູນອະທິປະໄຕ, ຄວາມເປັນທຳຂອງຫວຽດນາມ.
TAG
vovworld/vov/ສະຫລຸບຄຳເຫັນ/ຈີນ ຕັ້ງຮ້ານເຈາະນ້ຳມັນ/ສະໜັບສະໜູນຫວຽດນາມ
Related
More








