ຮ້ານກາເຟ “ ລີ້ງ ” - ບ່ອນເກັບຮັກສາອະນຸສອນສະໄໝສົງຄາມ
15/12/2012 11:57
ໂດຍຕັ້ງຢູ່ຖະໜົນ ຮ່າງບວມ ໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ຮ້ານກາເຟ “ ລີ້ງ ” ໝາຍເຖິງນັກຮົບ ໄດ້ເຮັດໃຫ້ຫຼາຍຄົນມີຄວາມສົນໃຈ ຍ້ອນຖືກປະດັບປະດາປຽບເໝືອນຕູບທະຫານເຄື່ອນທີ່ໃນສະໄໝສົງຄາມ

ຮ້ານກາເຟ “ ລີ້ງ ”ຢູ່ຖະໜົນ ຮ່າງບວມ ໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ (ພາບ : vanhoadoisong) ໂດຍຕັ້ງຢູ່ຖະໜົນ ຮ່າງບວມ ໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ຮ້ານກາເຟ “ ລີ້ງ ” ໝາຍເຖິງນັກຮົບ ໄດ້ເຮັດໃຫ້ຫຼາຍຄົນມີຄວາມສົນໃຈ ຍ້ອນຖືກປະດັບປະດາປຽບເໝືອນຕູບທະຫານເຄື່ອນທີ່ໃນສະໄໝສົງຄາມ. ເມຶ່ອເຂົ້າໄປດື່ອມກາເຟໃນຮ້ານ, ຜູ້ຄົນທັງຫຼາຍຍັງຕົກສະເງີ້ ເພາະວ່ານີ້ບໍ່ພຽງແຕ່ແມ່ນຮ້າຍ ຂາຍກາເຟເທົ່ານັ້ນ, ຫາກຍັງປຽບເໝືອນຫໍພິພິທະພັນນ້ອຍ ທີ່ວາງສະແດງບັນດາວັດຖຸພັນທີ່ລະນຶກໃນ ປາງສົງຄາມອີກດ້ວຍ. ຮ້ານກາເຟ “ ລີ້ງ ” ມີເນື້ອທີ່ກ້ວາງປະມານ 25 m 2 , ແຕ່ບັນດາວັດຖຸ ເຄືອ່ງ ຂອງທີ່ວາງສະແດງໃນຮ້ານ ແມ່ນເຕັມໄປດ້ວຍລັກສະນະການທະຫານ. ບັນດາຊຸດໂຕະຕັ່ງ ກໍຖືກເຮັດຄືຫີບບັນຈຸລູກປືນ, ເທິງຝາເຮືອນ ແຂວນຊຸດທະຫານ ຕະຫຼອດຮອດຫຼຽນໄຊຫຼຽນກາຂອງທະຫານປົດປ່ອຍ. ທັງໝົດເຫຼົ່ານັ້ນລ້ວນແຕ່ແມ່ນສິ່ງທີ່ຕິດພັນກັບອ້າຍທະຫານປົດປ່ອຍ. ເຈົ້າຂອງ ຮ້ານກາເຟ “ ລີ້ງ ” ແມ່ນອ້າຍ ເລຕ້ວນເງັ້ຍ , ລາວໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຮ່າໂນ້ຍ. ອ້າຍ ເລຕ້ວນເງັ້ຍ ເປີດເຜີຍວ່າ : “ ຂ້າພະເຈົ້າຢາກຖ່າຍທອດໃຫ້ລຸ່ນໄວໜຸ່ມສາມາດເຂົ້າໃຈກ່ຽວກັບຊີວິດທີ່ລຳບາກກາກກຳ, ການສູ້ຮົບຂອງລຸ່ນປູຍ່າຕາຍາຍໃນປາງສົງຄາມເມື່ອກ່ອນ ແມ່ນຄືແນວໃດ. ຂ້າພະເຈົ້າໄດ້ເກັບຮັກສາບັນດາວັດຖຸເຄື່ອງຂອງໃນສົງຄາມ ແລະ ຢາກເຮັດເປັນບ່ອນເພື່ອໃຫ້ບັນດາຜູ້ເປັນນັກຮົບເກົ່າມາພົບກັນ ລື້ມຄືນບັນດາອະນຸສອນເມື່ອກ່ອນນີ້ ” ລຸງ ຫງວຽນແມ້ງຫຽບ ຊຶ່ງແມ່ນນັກຮົບເກົ່າຢູ່ເມືອງ ໄຕໂຮ່ ເຄີຍມານີ້ດື່ມກາເຟ ເພື່ອຫວນຄືນບັນດາອະນຸສອນທີ່ລຸງພ້ອມກັບເພື່ອນຮ່ວມກົມກອງໄດ້ຜ່ານມາຢູ່ສະໜາມຮົບກວາງຈີ້ທີ່ຮ້າຍກາດ. ລຸງ ຫງວຽນແມ້ງຫຽບ ເວົ້າວ່າ : “ ຫວນຄືນໄລຍະສົງຄາມ, ຄາວນັ້ນບັນດາເພື່ອນຮ່ວມກົມກອງໄດ້ເສຍສະຫຼະຊີວິດຢ່າງຫຼວງຫຼາຍ, ບາງຄັ້ງ ຂ້າພະເຈົ້າໄດ້ມາ ຮ້ານກາເຟນີ້, ໄດ້ເຫັນບັນດາວັດຖຸເຄື່ອງຂອງທີ່ລະນຶກໃນສົງຄາມ, ຂ້າພະເຈົ້າຮູ້ສຶກສະເທື່ອນໃຈ, ຄິດຮອດຄິດເຖິງເພື່ອນຮ່ວມກົມກອງ ແລະ ການສູ້ຮົບໃນສົງຄາມເມື່ອກ່ອນ ” ໃນຮ້ານກາເຟ “ ລີ້ງ ” ກໍຍັງວາງສະແດງບັນດາວັດຖຸເຄື່ອງຂອງຂອງທະຫານອາເມລິກາຄື ຊຸດຂອງກິນກະປອງ, ໂມງ, ໝວກ, ເກີບ, ມີດພັບ ແລະ ອື່ນໆ. ແຕ່ລະມື້ ກໍມີເພື່ອນໜຸ່ມຫຼາຍຄົນມາດື່ມກາເຟຢູ່ນີ້, ມີຫຼາຍຄົນສາມາດຮູ້ເຖິງສົງຄາມຜ່ານຟິມຮູບເງົາເທົ່ານັ້ນ, ແຕ່ເມື່ອເຂົ້າໄປ ຮ້ານກາເຟ “ ລີ້ງ ” ກໍລ້ວນແຕ່ມີຄວາມປະທັບໃຈທີ່ສຸດ. ຫງວຽນງອກທ້າຍພາລະກອນທະນາຄານເວົ້າວ່າ: “ ນີ້ແມ່ນສະພາບແວດລ້ອມທີ່ມິດງຽບຂອງສົງຄາມ. ເຮົານັ່ງດື່ມກາເຟໃນຮ້ານນີ້ ຮູ້ສຶກສະຫວາດສະເຫວີຍຍ້ອນວ່າໄດ້ຮັບຟັງເພງທີ່ອ່ອນຊອນ, ໄດ້ຮັບຊົມບັນດາວັດຖຸເຄື່ອງຂອງຊຶ່ງໄດ້ຕິດພັນກັບການສູ້ຮົບເພື່ອກູ້ຊາດ. ເຮົາມີຄວາມເອກອ້າງທະນົງໃຈທີ່ສຸດກ່ຽວກັບຄົນລຸ່ນກ່ອນ ແລະ ຫວັງວ່າລຸ່ນຄົນປະຈຸບັນຈະສືບທອດມູນເຊື້ອຂອງປູຍ່າຕາຍາຍເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ ” .
Related
More








.jpg)