ເລື່ອງສັ້ນແມງຈິຫຼໍ່
24/11/2012 14:17
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນພິມຈຳໜ່າຍເລື່ອງສັ້ນແມງຈິຫຼໍ່ຂອງນັກປະພັນໂຕຮ່ວາຍທີ່ຫາກໍຖືກຈັດຂຶ້ນຢູ່ຮ່າໂນ້ຍ ໄດ້ເຮັດໃຫ້ຜູ້ອ່ານທັງຫຼາຍມີຄວາມປະທັບໃຈກ່ຽວກັບຄຸນຄ່າຂອງບົດປະພັນວັນນະຄະດີທີ່ສະຫງວນໃຫ້ແກ່ເດັກນ້ອຍ

ນັກປະພັນໂຕຮ່ວາຍ (ພາບ: internet) ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນພິມຈຳໜ່າຍເລື່ອງສັ້ນແມງຈິຫຼໍ່ຂອງນັກປະພັນໂຕຮ່ວາຍທີ່ຫາກໍຖືກຈັດຂຶ້ນຢູ່ຮ່າໂນ້ຍ ໄດ້ເຮັດໃຫ້ຜູ້ອ່ານທັງຫຼາຍມີຄວາມປະທັບໃຈກ່ຽວກັບຄຸນຄ່າຂອງບົດປະພັນວັນນະຄະດີທີ່ສະຫງວນໃຫ້ແກ່ເດັກນ້ອຍ. 70 ປີທີ່ຜ່ານມາ, ເລື່ອງສັ້ນແມງຈິຫຼໍ່ໄດ້ກາຍເປັນເພື່ອນຜູ້ສະໜິດ ສະໜົມຂອງເດັກຫວຽດນາມຫຼາຍລຸ່ນຄົນ. ແຕ່ລະຕອນ, ແຕ່ລະປະໂຫຍກ, ແຕ່ລະຮູບພາບໃນບົດປະພັນລ້ວນແຕ່ສະແດງໃຫ້ເຫັນຄວາມຮັກແພງລະຫວ່າງເພື່ອນມິດອັນສູງສົ່ງ, ສັນລະເສີນສັນຕິພາບ. ເລື່ອງສັ້ນແມງຈິຫຼໍ່ ແມ່ນເລົ່າເຖິງເລື່ອງລາວຂອງ ແມງຈິຫຼໍ່, ຊຶ່ງແມ່ນອ້າຍບາວ ທີ່ແຂງແຮງ ມີຄວາມເບື່ອໜ່າຍຕໍ່ຊີວິດແບບທຳມະດາຄື ຕະຫຼອດມື້ຕິດພັນກັບໄຮ່ນາຮົ້ວສວນ, ດັ່ງນັ້ນໄດ້ຕັດສິນໃຈເດີນທາງອອກສູ່ໂລກພາຍນອກເພື່ອເປີດກ້ວາງສາຍຕາ ແລະ ຊອກຫາຊີວິດໃໝ່ສະເພາະຂອງຕົນ. ໂດຍຜ່ານຄວາມຫຍຸ້ງຍາກລຳບາກນາໆປະການ, ແມງຈິຫຼໍ່ຍັງຄົງບໍ່ຍອມທໍ້ຖອຍ, ຕັດສິນໃຈພ້ອມກັບໝູ່ເພື່ອນທຳການຕໍ່ສູ້ຕ້ານຄືນຄວາມອະທຳໃນຊີວິດ. ນັກປະພັນໂຕຮ່ວາຍ ເວົ້າຄວາມໃນໃຈສູ່ຟັງວ່າ :
Related
More








.jpg)