ດ້ວຍ​ລະ​ດັບຄວາມ​ໄວ​ໃນ​ການ​ສົ່ງ​ຖ່າຍທີ່​ກະ​ໂດດ​ຂັ້ນ, ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ເຄື່ອງ​ອຸ​ປະ​ກອ​ນ​ນັບ​ຕື້​ເຄື່ອງ, 6G ເປີດ​ອອກ​ສູ່ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ໃໝ່, ເຊັ່ນ: ເສດ​ຖະ​ກິດ​ດີ​ຈີ​ຕອນມະ​ຫາ​ເຊື່ອມ​ຕໍ່; ການ​ຜະ​ລິດ​ອັດ​ສະ​ລິ​ຍະ​ຮອບ​ດ້ານ; ຕົວ​ເມືອງ​ອັດ​ສະ​ລິ​ຍະ​ລຸ້ນ​ໃໝ່ ແລະ ການ​ບໍ​ລິ​ການ​ດີ​ຈີ​ຕອນແບບ​ຫັນ​ເປັນ​ສ່ວນ​ຕົວ​ຢູ່​ໃນ​ຂອບ​ເຂດ​ໃຫຍ່. ດັ່ງ​ນັ້ນ, ປະ​ເທດ​ໃດ​ທີ່​ເຂົ້າ​ຮ່ວມ​ລະ​ບົບ​ນິ​ເວດ 6G ໄວ ປະ​ເທດ​ນັ້ນຈະ​ມີ​ທ່າ​ໄດ້​ປຽບ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ຮັກ​ສາມູນ​ຄ່າ​ເພີ່ມ​ສູງ​ໃນ​ລະ​ບົບ​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກ.

ໃນຫຼາຍ​ປີ​ຜ່ານ​ມາ, ຫວຽດ​ນາມ ສ​່ວນຫຼາຍ​ແມ່ນ​ຢູ່ໃນ​ທ່າຮອງຮັບ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ລຸ້ນ​ເຕັກ​ໂນ​ໂລ​ຢີ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຈາກ 2G ຫາ 4G. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ 5G (ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເປັນ​ການ​ຄ້າ​ນັບ​ແຕ່​ປີ 2024), ວິ​ທີ​ການ​ເຂົ້າ​ເຖິງໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ: ບໍ່​ພຽງ​ແຕ່​ນຳ​ໃຊ້​ເທົ່າ​ນັ້ນ ຫາກ​ຍັງ​ຄົ້ນ​ຄວ້າ, ຜະ​ລິດ​ເຄື່ອງ​ອຸ​ປະ​ກອນ ແລະ ເປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຢີສ່ວນໃດໜຶ່ງເປັນ​ເທື່ອ​ລະ​ກ້າວ. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້ ຫວຽດ​ນາມ ກ້າວ​ເຂົ້າ​ສູ່ “ເສັ້ນ​ທາງ​ແຂ່ງ​ຂັນ” 6G ດ້ວຍ​ຈິດ​ໃຈ ແລະ ມູມມອງ​ໃໝ່.

ທ່ານ ຫງວຽນ​ຄັກ​ລິກ, ຫົວ​ໜ້າ​ກົມ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ກະ​ຊວງວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ຈິດ​ໃຈ​ລຸ​ລ່ວງ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ສ້າງ​ກຳ​ລັງ​ຄວາ​ມສາ​ມາ​ດ​ເປັ​ນ​ເຈົ້າກ່ຽວກັບເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ເຕັກ​ໂນ​ໂລ​ຢີ​ເຄົ້າ ແລະ ເຕັກ​ໂນ​ໂລ​ຢີ​ແກ່ນ​ສານ​ເປັນເທື່ອ​ລະ​ກ້າວ; ພັດ​ທະ​ນາ​ຖັນ​ແຖວ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ ແລະ ຊາວ ຫວຽດ​ນາມ ​ໃຫ້ມີ​ຄວາມ​ສາ​ມາດ​ປະ​ດິດ​ຄິດ​ສ້າງ, ເປັນ​ເຈົ້າ​ຂອງ, ແກ້ງ​ແຍ້ງ​ທົ່ວ​ໂລກ​ໃນ​ບັນ​ດາ​ຂົງ​ເຂດ​ແກ່ນ​ສານ​ຂອງ​ເຕັກ​ໂນ​ໂລ​ຢີຍຸດທະສາດ”.

ເພື່ອ​ເປັນ​ເຈົ້າ​ຂອງ​ການ​ອອກ​ແບບ, ການ​ຄົ້ນ​ຄວ້າ, ຜະ​ລິດ​ເຄື່ອງ​ອຸ​ປະ​ກອນ 5G, ຫວຽດ​ນາມ ໄດ້ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ, ເຂົ້າ​ຮ່ວມ​ບັນ​​ດາ​ສຳ​ພັນ​ທະ​ມິດ, ​ຈັດ​ຕັ້ງການ​ສ້າງ​ມາດ​ຕະ​ຖານຢ່າງເລິກເຊິ່ງ. ນີ້​ແມ່ນ​ເສັ້ນ​ທາງ​ໄວ​ທີ່​ສຸດ​ເພື່ອ​ເຂົ້າ​ເຖິງ​ພູມ​ປັນ​ຍາ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ. ຍຸດ​ທະ​ສາດ​ນີ້​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ຜ່ານ​ການ​ຮ່ວມ​ມື​ລະ​ຫວ່າງ Viettel ແລະ Qualcomm, ພ້ອມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ​ຈາກ MobiFone, ຊ່ວຍໃຫ້ ຫວຽດ​ນາມ ກາຍ​ເປັນ​ສູນ Open RAN ໃໝ່​ຂອງ​ໂລກ. ທ່ານ ຫງວຽນ​ມິງກວາງ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ໃຫຍ່​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ Viettel, ເນັ້ນ​ໜັກ​ວ່າ:

“ຕາມ​ແຜນ​ການ​ແມ່ນ​ຮອດ​ປີ 2028, ຫວຽດ​ນາມ ຈະ​ເລີ່ມ​ທົດ​ລອງ 6G. ເລື່ອງ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ແມ່ນ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ສຳ​ລັບ​ວິ​ສາ​ຫະ​ກິດໜຶ່ງ​ເມື່​ອອອກ​ສູ່​ໂລກ, ພວກ​ເຮົາ​ບໍ່​ສາ​ມາດ​ໄປ​ຄົນ​ດຽວ​ໄດ້ ຫາກ​ຍັງ​ຕ້ອງ​ມີ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ. Qualcomm ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່ມີຄວາມ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຄື​ແນວ​ນັ້ນ. Viettel ແລະ Qualcomm ໄດ້​ຮ່ວມ​ມື​ກັນ​ແຕ່​ປີ 2022, ສອງ​ຝ່າຍ​ໄດ້​ສ້າງ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ຜັນ​ຂະ​ຫຍາຍ Open RAN ໃນ​ວົງ​ກວ້າງ”.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຮ່ວມ​ມື​ນີ້, ທ່ານ ທ່ຽວ​ເຟືອງ​ນາມ, ຜູ້​ອຳ​ນວຍ​ການ​ໃຫຍ່ Qualcomm ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ຢັ້ງ​ຢືນ​ວ່າ:

“ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ພວກ​ຂ້າ​ພະ​ເຈົ້າ ແລະ Viettel, ພວກ​ຂ້າ​ພະ​ເຈົ້າ ມີຄວາມ​ໝັ້ນ​ໃຈ​ຕໍ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ ຫວຽດ​ນາມ ດ້ວຍ​ຄຸນ​ນະ​ພາບ​ທີ່​ບໍ່ແພ້ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຫຍ່​ທີ່ສຸດ​ໃນ​ໂລກ ແລະ ສຳ​ຄັນ​ກວ່າ​ແມ່ນ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ລວມ ເຊິ່ງ Viettel ແລະ Qualcomm ວາງ​ອອກ​ແຕ່​ຫົວ​ທີ. ບັນ​ດາ​ຜະ​ລິດ​ຕະ​ພັນ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​ອິນ​ເຕີ​ເນັດ 5G ມີ​ຄວາ​ມ​ຮ​ຽກ​ຮ້ອງ​ສູງ​ທີ່​ສຸດ ແຕ່​ນັກ​ວິ​ສະ​ວະ​ກອນ​ຂອງ Viettel ແລະ Qualcomm ສາ​ມາດ​ປະ​ຕິ​ບັດ​ໄດ້​ຕາມ​ມາດ​ຕະ​ຖານ​ນັ້ນ”.

ຕາມ​ທ່ານ Akash Palkhiwala ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ, ຜູ້​ອຳ​ນວຍ​ການ​ດ້ານ​ການ​ເງິນ ແລະ ຜູ້ອຳນວຍການຝ່າຍເຄື່ອນໄຫວບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Qualcomm ແລ້ວ, ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ບືນ​ຕົວ​ຂຶ້ນສູ່​ທີ່​ຕັ້ງ​ນຳ​ໜ້າ​ໃນ​ການ​ຜັນ​ຂ​ະ​ຫຍາຍ 6G ໃນ​ທົ່ວ​ໂລກ:

“ຫວຽດ​ນາມ ມີ​ຜູ້​ເກັ່ງ​ກ້າ​ສາ​ມາດຫຼາຍ​ຄົນ ແລະ ມີ​ແຫຼ່ງ​ວິ​ສະ​ວະ​ກອນ​ເປັນ​ຈຳ​ນວນຫຼາຍ, ມີພື້ນ​ຖານ​ເຕັກ​ນິກ​ທີ່​ໝັ້ນ​ແກ່ນ, ເຊິ່ງ​ເປັນ​ສິ່ງ​ Qualcomm ຍາມ​ໃດ​ກໍ​ສຸມ​ໃສ່, ເພາະ​ວ່າ ນີ້​ແມ່ນ​ໂອ​ກາ​ດ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ ແລະ ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ນັ້ນ, ພ້ອມ​ທັງ​ນຳ​ເອົາ​ຫຼາຍ​ເຕັກ​ໂນ​ໂລ​ຢີ​ມາ ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ໃຫຍ່. ຫວຽດ​ນາມ ມີ​ວິ​ຊາ​ການ, ພື້ນ​ຖານ​ໂຄງ​ລ່າງ ແລະ ວິ​ໄສ​ທັດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ”.

ເປົ້າ​ໝາຍ​ເຂົ້າ​ຮ​່ວມ​ລະ​ບົບນິເວດ 6G ທົ່ວ​ໂລກ​ຂອງ ຫວຽດ​ນາມ ແມ່ນ​ຄັດ​ເລືອກ​ຍຸດ​ທະ​ສາດ ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ໃໝ່. ໃນ​ໂລກທີ່​ເຕັກ​ໂນ​ໂລ​ຢີ​ພວມ​ໄດ້​ກຳ​ນົດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ພັດ​ທະ​ນາ​ຄືນ​ໃໝ່​ນ​ັ້ນ, ເລື່ອງ​ເປັ​ນ​ເຈົ້າ​ການ​ກ້າວ​ເຂົ້າ​ສູ່ “ເວ​ທີ” 6G ແຕ່​ໄວ ຈະ​ຊ່ວຍ​ໃຫ້ ຫວຽດ​ນາມ ບໍ່​ພຽງ​ແຕ່ກ້າວເດີນ​ທັນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອ​ກາດ​ບືນ​ຕົວ​ຂຶ້ນ, ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ແຜນ​ທີ່​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກອີກດ້ວຍ./.