ປ​ະ​ຫວັດ​ສາດ​ຂອງ​ຊາດ ຍາມ​ໃດ​ກໍ່​ແມ່​ນ​ແຫຼ່​ງ​ບັນ​ດານໃຈ​ທີ່ບໍ່​ມີ​ວັນ​ສິ້​ນ​ສຸດ​ສຳ​ລັບ​ຜູ້​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳສິ​ລະ​ປະ, ໃນ​ນັ້ນ ​ມີ​ເພື່ອນ​ໜຸ່ມ​ຫຼາຍ​ຄົນ​ໄດ້​ຊອກ​ຫາ​ເສັ້ນ​ທາງສະເພາະໃຫ້ຕົນ​ທີ່​​ເຕັມ​ໄປ​ດ້ວຍ​ຫົວຄິດປະດິດສ້າງ. ໂດຍ​ເລືອກ​ເອົາ​ການ​ຟື້ນ​ຟູ​ເອ​ກະ​ສານ​ເກົ່າ, ອ້າຍ ວຽນ​ຮົ່ງ​ກວາງ, ເກີດ​ປີ 1995, ຢູ່ ຮ່າ​ໂນ້ຍ ໄດ້​ໃສ່​ສີ​ໃຫ້​ພາບ​ຖ່າ​ຍ​ນັບ​ຮ້ອຍ​ພາບ ແລະ ມີ​ຫຼາຍ​​ວີ​ດີ​ໂອ​ສຳ​ພາດຜູ້ມີຊືີສຽງໃນ​ປະ​ຫວັດ​ສາດ, ໃນ​ນັ້ນ​ ມີບັນ​ດາ​ຮູບ​ເງົາ​ທີ່ມ​ີ​ຄຸນ​ຄ່າກ່ຽວ​ກັບ​ປະ​ທານ ໂຮ່​ຈິ​ມິນ.

ນີ້​ແມ່ນ​ສຽງ​ຕອນ​ໜຶ່ງ​ໃນ​​ວີ​ດີ​ໂອ​ກ່ຽວ​ກັບ ​ປະ​ທານ ໂຮ່​ຈີ​ມິນ ໃນ​ການ​ຕອບ​ສຳ​ພາດ​ນັກ​ຂ່າວ​ສັງກັດ​ຫ້ອງ​ການ​ກະ​ຈາຍ​ສຽງ​ໂທ​ລະ​ພາບ ຝ​ລັ່ງ (ORTF) ເມື່ອ​ປີ 1946. ເມື່ອ​ທຽບ​ໃສ່ພາບ​ຂາວ​ດຳຕົ້ນ​ສະ​ບັບແລ້ວ ​ວີ​ດີ​ໂອນີ້​ໄດ້​ໃສ່​ສີ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ແລະ ມີເນື້ອແທ້. ນີ້​ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ ​ອ້າຍ ວຽນ​ຮົ່ງ​ກວາງ ນຳສະ​ເໜີ​ຕໍ່​ມະ​ຫາ​ຊົນ​ໃນ​ປີ 2020, ກົງ​ກັບ​ໂອ​ກາ​ດ​​ວັນ​ເກີດ​ຂອງ ​ປະ​ທານ ໂຮ່​ຈີ​ມິນ ຄົບຮອບ 130 ປີ (19 ພຶດ​ສະ​ພາ 1890 – 19 ພຶດ​ສະ​ພາ 2020). ພາຍ​ຫຼັງໄດ້​ເອົາ​ລົງ​ໃນ​ບັນ​ດາ​ສື່​ສັງ​ຄົມ​ອອນ​ລາຍ, ​ວີ​ດີ​ໂອໄດ້​ດຶງ​ດູດນັບຮ້ອຍຜູ້​ປະກອບຄຳເຫັນ, ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຜູ້​ປະດິດສ້າງໃນຕອນ​ວີ​ດີ​ໂອດັ່ງກ່າວ. ອ້າຍ ວຽນ​ຮົ່ງ​ກວາງ, ໃຫ້​ຮູ້​ວ່າ:

“ແນວ​ຄິດຟື້ນຟູສີ​ບັນດາຮູບເງົາກ່ຽວ​ກັບ​ ປະ​ທານ ໂຮ່​ຈ​ີ​ມິນ ໄດ້​ເລີ່ມ​ຕົ້ນ​ນັບ​ແຕ່ 6 ປີ​ກ່ອນ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ໂຄງ​ການ​ໜຶ່ງ​ຂອງ​ບັນ​ດາ​ເພື່ອນ​ໜຸ່ມ​ຢູ່ຕ່າງ​ປະ​ເທດ​ທີ່​ຄົ້ນ​ຄວ້າ​ການ​ຟື້ນ​ຟູ​ບັນ​ດາ​ພາບ​ຖ່າຍ​ຂາວ​ດຳ​ດ້ວຍ​ປັນ​ຍາ​ປະ​ດິດ. ຄາວນັ້ນ, ຂ້າ​ພະ​ເຈົ້າ​ມີ​ແນວ​ຄິດ​ວ່າ ເປັນ​ຫຍັງ​ຕົນ​ເອງບໍ່​ລອງ​ເຮັດເບິ່ງ, ບໍ່​ພຽງ​ແຕ່​ຟື້​ນ​ຟູ​ພາບ​ຖ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ມີທັງບັນ​ດາ​ວີ​ດີ​ໂອສັ້ນໆ​ອີກ​ດ້ວຍ. ຂ້າ​ພະ​ເຈົ້າ​ໄດ້​ຟື້ນ​ຟູ​ວີ​ດີ​ໂອ​ສຳ​ພາດ​ ປະ​ທານ ໂຮ່​ຈິ​ມິນ ດ້ວຍ​ບັນ​ດາ​ຮູບ​​ສີ”.

ເມື່ອ​ເວົ້າ​ກ່ຽວ​ກັບ​ວີ​ດີ​ໂອທຳ​ອິດ​ຂອງ​ຕົນ, ວຽນ​ຮົ່ງ​ກວາງ ຖື​ວ່າ ອ້າຍ​ຍັງ​ບໍ່​ທັນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ວີ​ດີ​ໂອໃນ​ຄາວນັ້ນ ເຖິງວ່າ​ຕົນ​ເອງ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ແລ້ວ. ບັນ​ດາ​ລັກ​ສະ​ນະ​ຊັດ​ເຈນ​ຂອງ​ສີສັນພາບ​ຖ່າຍ​ ຍັງ​​ບໍ່​ທັນມີ​ຜົນ​ງານ​ທີ່ດີ. ສະ​ນັ້ນ, ອ້າຍ ກວາງ ໄດ້​ຊອກອ່່ານຫຼາຍ​ເອ​ກະ​ສານກ່ຽວ​ກັບ​ເຕັກ​ນິກ, ຄົ້ນ​ຄວ້າ​ເອ​ກະ​ສານ​ປະ​ຫວັດ​ສາດ​ຫຼາຍກວ່າ, ຮຽນດ້ວຍຕົນ​ເອງ​ຜ່ານ​ບັນ​ດາ​ກຸ່ມ, ເວ​ທີ​ປາ​ໄສ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ອ້າຍ​ແບ່ງ​ປັນ​ວ່າ:

“ໃນ​ຈຸດ​ເວ​ລານັ້ນ, ຢູ່ ຫວຽດ​ນາມ, ວຽກ​ງານນີ້​ຍັງ​ໃໝ່​ຢູ່, ເພື່ອ​ເຮັດ​ໄດ້ ຕ້ອງ​ເສຍ​ເວ​ລາ​ ແລະ ເຫື່ອ​ແຮງ​ຫຼາຍ ເພື່ອ​ຄົ້ນ​ຄວ້າເຮັດ​ແນວ​ໃດ​ຈະປັບ​ປຸ​ງ​ຄຸນ​ນະ​ພາບ​ຂອງ​ພາບ​ຖ່າຍໄດ້. ພາຍ​ຫຼັງ​ຄົ້​ນ​ຄວ້າ​ເປັນ​ເວ​ລາ 2 ປີ, ຂ້າ​ພະ​ເຈົ້າ​ສາ​ມາດ​ປັບ​ປຸ​ງ​ຂັ້ນ​ຕອນຟື້ນ​ຟູ, ຄຸນ​ນະ​ພາບ​ຂອງ​ພາບ​ຖ່າຍກໍ່​ດີກວ່າ, ຂັ້ນ​ຕອນ​ກໍ່​ໄດ້​ຫຼຸດ​ລົງ​ຫຼາຍ”.

ໂດຍຮ່ວມ​ເດີນ​ທາງ​ພ້ອມ​ກັບ ວຽນ​ຮົ່ງ​ກວາງ ນັບ​ແຕ່​ຊຸມມື້​ທຳ​ອິດ ທີ່​ອ້າຍ​ເຮັດ​ວຽກ​ງານນີ້, ເພື່ອນ ຈິ້ນທິ​ຍືງ​ອັກ ໃຫ້​ຮູ້​ວ່າ:

“ຈຸ​ດ​ເວ​ລາ ຮົ່ງກວາງ ເລີ່ມ​ຟື້ນ​ຟູ​ບັນ​ດາ​ວີ​ດີ​ໂອ​ກ່ຽວ​ກັບ​ ປະ​ທານ ໂຮ່​ຈີ​ມິນ, ຂ້າ​ພະ​ເຈົ້າ​ໄດ້​ສະ​ໜັບ​ສະ​ໜູນ​ເພື່ອ​ນທີ່ສຸດ. ໃນ​ເບື້ອງ​ຕົ້ນ​, ກວາງ ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ. ກວາງ​ ຕ້ອງ​ເສຍ​ເວ​ລາ​ເປັນ​ມື້, ເປັນ​ອາ​ທິດ, ຊ້ຳ​ບໍ່​ໜຳເປັນ​ເດືອນ​ເພື່ອ​ຟື້ນ​ຟູ​ວີ​ດີ​ໂອຮູບເງົາ. ຫຼັງ​ຈາກນັ້ນ​ແມ່ນງົບ​ປະ​ມານ​ເພື່ອ​ຮັກ​ສາ​ເຄື່ອງ​ຈັກ, ບັນ​ດາ​ເຄື່ອງ​ອຸ​ປະ​ກອນ​ເຕັກ​ນິກ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ການ​ເລືອກ​​ຢ່າງ​ຖືກ​ຕ້ອງ​ຂອງ ກວາງ. ນີ້ກໍ່​ແມ່ນ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ເພື່ອນ​ໜຸ່ມ​ອື່ນ​ເດີນ​ຕາມ​ວຽກ​ງານນີ້”.

ການ​ຟື້ນ​ຟູ​ເອ​ກະ​ສານ​ເກົ່າ ບໍ່​ແມ່ນ​ວຽກ​​ທີ່ງ່າຍ​ກັບບໍ່​ວ່າ​ຜູ້​ໃດ. ເລື່ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ “ສີສັນ" ຂອງ​ອະ​ດີດ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ໃນ​ສະ​ພາບ​ປະ​ຫວັດ​ສາດ​ຜ່ານ​ເອ​ກະ​ສາ​ນ​ຕ້ອງ​ມີ​ຄວາມ​ຊັດ​ເຈນ​ຂອງໂທນ​ສີ, ອາ​ລົມ​ຈິດ​ຂອງ​ບັນ​ດາບູລຸດ​ປະ​ຫວັດ​ສາດ ລ້ວນ​ແຕ່​ຕ້ອງ​ໄດ້ເອົາ​ໃຈ​ໃສ່ ແລະ ດັດ​ປັບ​ຢ່າງ​ລະ​ອຽດ​ລະ​ອໍ. ເພື່ອນ ເຟືອ​ງ​ທາວ, ຢູ່ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

“ເມື່ອ​ໄດ້​ຊົມ​ບັນ​ດາ​ວີ​ດີ​ໂອ​ໂດຍ ​ອ້າຍ ກວາງ ໃສ່​ສີ, ຂ້າ​ພ​ະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ ແລະ ຍອດ​ຍິ່ງ​ທີ່​ສຸດ. ກ່ອນນີ້, ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ໄດ້​ຮັບ​ຟັງການ​ເລົ່າ​ເລ​ື່ອງ​ກ່ຽວ​ກັບ​ ປະ​ທານ ໂຮ່​ຈີ​ມິນ ຜ່ານ​ບັນ​ດາ​ພາບ​ຖ່າຍ​ເທົ່າ​ນັ້ນ. ເມື່ອ​ໄດ້​ຊົມ​ວີ​ດີ​ໂອ​, ຂ້າພະເຈົ້າເຫັນ​ ປະ​ທານ ໂຮ່​ຈີ​ມິນ ມີຄວາມໃກ້​ຊິດຕິດແທດ, ຊື່ກົງກວ່າ ແລະ ຮ້​ູ​ສຶກ​ຄື​ດັ່ງ​ປະ​ຫວັດ​ສາດ​ພວມ​ປະກົດຢ່​ູ​ຕໍ່​ໜ້າ”.

ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ, ວຽນ​ຮົ່ງ​ກວາງ ຫວັງ​ວ່າ ຈະ​ປະ​ກອບ​ສ່ວນອັນ​ນ້ອຍ​ໆ​ເຂົ້າ​ໃນ​ສາງ​ເອ​ກະ​ສານ​ປະ​ຫວັດ​ສາດ​ຂອງ​ຊາດ, ເພື່ອ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ ຫວຽດ​ນາມ ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.