ດ້ວຍ​ຈຳ​ນວນ​ຜູ້​ໂຫຼດ​ເກມ (game)​ ທົ່ວ​ໂລກ​ໃນ​ປີ 2025 ບັນ​ລຸ 8,5 ຕື້​ເທື່ອ, ຂະ​ແໜງ​ເກມ ຫວຽດ​ນາມ ພວມ​ມີ​ລະ​ດັບ​ຄວາມ​ໄວ​ພັດ​ທະ​ນາ​ນອນ​ໃນ​ກຸ່ມ​ສູງ​ສຸດ​ໃນ​ທົ່ວ​ໂລກ. ບໍ່​ພຽງ​ແຕ່​ເຕີບ​ໂຕ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຫຼີ້ນ​ເທົ່າ​ນັ້ນ, ລາຍ​ຮັບ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຈຳ​ໜ່າຍ ຫວຽດ​ ກໍ​ພວມ​ເພີ່ມ​ຂຶ້ນ​ເຖິງ 69% ໃນ​ປີ​ຜ່ານ​ມາ. ເມື່ອ​ເກມຖືກ​ຈັດ​ເຂົ້າ​ກຸ່ມ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທໍ​າ​ຈຸດ​ສຸມ ແລະ ນັບ​ມື້​ນັບ​ມີຫຼາຍ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ສາ​ກົນ​ເຂົ້າ​ຮ່ວມ​ຕະຫຼາດ ຫວຽດ​ນາມ, ຂະ​ແໜງເກມ ພວມ​ຢືນ​ຢູ່​ຕໍ່​ໜ້າ​ໂອ​ກາດ​ໃຫຍ່​ເພື່ອ​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ຂົງ​ເຂດ​ສົ່ງ​ອອກ​ເນື້ອ​ຫາ​ດີ​ຈີ​ຕອນ​ທີ່​ມີ​ຂອບ​ຂະ​ໜາດຕື້ USD.

ຕາມຂໍ້​ມູນ​ທີ່​ໄດ້​ປະ​ກາດ​ຢູ່ Vietnam GameVerse ປີ 2026, ໄລ່​ສະ​ເພາະ​ຢູ່​ຂະ​ແໜງ mobile game, ປີ 2025 ໃນ​ທົ່ວ​ໂລກໄດ້​ມີ​ການ​ດາວ​ໂຫຼດ​ເກມ ຫວຽດ 4,9 ຕື້​ເທື່ອ. ໃນ​ນັ້ນ, ມີ​ປະ​ມານ 95% ການ​ດາວ​ໂຫຼດ​ແມ່ນ​ມາ​ຈາກ​ຜູ້​ຊົມ​ໃຊ້​ສາ​ກົນ. ປັດ​ຈຸ​ບັນ, ຫວຽດ​ນາມ ຍັງມີຫຼາຍກວ່າ 210 studio ເກມ ເຄື່ອນ​ໄຫວທີ່ດີ, ມີ​ກວ່າ 27.000 ເກມ ຫາ​ກໍ່​ຈຳ​ໜ່າຍ​ໃນ​ປີ 2025 ແລະ ຈັດຢູ່ໃນ​ອັນ​ດັບ​ທີ 6 ໃນ​ໂລກ ກ່ຽວ​ກັບ​ລະ​ດັບ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ບໍ​ລິ​ສັດ​ຈຳ​ໜ່າຍ​ເກມ. ນະ​ໂຍ​ບາຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດທີ່ເຮັດ​ໃຫ້​ຂະ​ແໜງ ເກມ ຫວຽດ ມີ​ການ​ປ່ຽນ​ແປງ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້. ທ່ານ ເລກວາງ​ຕື້​ຢໍ, ຫົວ​ໜ້າ​ກົມ​ວິ​ທະ​ຍຸ, ໂທ​ລະ​ພາບ ແລະ ຂໍ້​ມູນ​ຂ່າວ​ສານ​ທາງເອ​ເລັກ​ໂຕ​ນິກ, ໃຫ້​ຮູ້​ວ່າ:

“ເປັນ​ຄັ້ງ​ທຳ​ອິດ​ທີ່​ພັກ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ບັນ​ດາ​ມະ​ຕິ​ຍຸດ​ທະ​ສາດ, ນະ​ໂຍ​ບາຍ ຢັ້ງ​ຢືນ​ຂະ​ແໜງ​ ເກມ ແມ່ນ​ໜຶ່ງ​ໃນ 6 ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈຸດ​ສຸມ ທີ່​ຕ້ອງ​ສຸມ​ໃສ່​ລົງ​ທຶນ ແລະ ພັດ​ທະ​ນາ. ຊ້ຳ​ບໍ່​ໜຳ, ສະ​ພາ​ແຫ່ງ​ຊາດ ຍັງ​ຍົກ​ເວັ້ນ​ອາກອນສຳ​ລັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດທີ່​ລົງ​ທຶນ​ຜະ​ລິດ​ ເກມ ຫວຽດ ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ ອີກ​ດ້ວຍ”.

ການ​ປັບ​ປຸງ​ນະ​ໂຍ​ບາຍ ໄດ້​ສ້າງເປັນ​ຈິດຕະສາດ​ທີ່​ຕັ້ງ​ໜ້າ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ​ເກມ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີຫຼາຍ studio ຫວຽດ​ນາມ ເລີ່ມ​ເປີດກວ້າງ​ຂອບ​ຂະ​ໜາດ, ການ​ລົງ​ທຶນ​​ເຂົ້າ​ໃນ​ເຕັກ​ໂນ​ໂລ​ຢີ, ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ສ້າງ​ຜະ​ລິດ​ຕະ​ພັນ​ໄລ​ຍະ​ຍາວຢ່າງ​ມີ​ແບບ​ມີ​ແຜນກວ່າ ​ແທນ​ໃຫ້ການທີ່ມີພຽງ​ແຕ່​ສຸມ​ໃສ່​ການ​ຈຳ​ໜ່າຍອອກ​ໄວ. ຖ້າ​ໃນ​ເມື່ອ​ກ່ອນ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ຕະຫຼາດ​ທີ່ມາແຮງ​ກ່ຽວ​ກັບ​ການ​ຜະ​ລິດ ​ເກມ ​ລາ​ຄາ​ຖືກ, ປັດ​ຈຸ​ບັນ​ນີ້ ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ມີ​ການ​ປ່ຽນ​ແປງ: ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄວາມ​ອາດ​ສາ​ມາດ​ດຶງ​ດູດ​ໃຈ​ຜູ້ຫຼີ້ນ​ໄດ້​ດົນ​ກວ່າ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ເພີ່ມ​ລາຍ​ຮັບ​ແບບ​ຍືນ​ຍົງ. ທ່ານ Giuseppe Stasolla, ຜູ້​ອຳ​ນວຍ​ການຝ່າຍ​ລະ​ບົບ​ນິ​ເວດ Google Play ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົດ​ສ​ະ​ຕາ​ລີ ແລະ ນູແວນເຊລັງ, ໃຫ້​ຮູ້​ວ່າ:

“ໃນ​ປີ 2025, ການ​ດາວ​ໂຫຼດ​ຢູ່ ຫວຽດ​ນາມ ອາດມີ​ການ​ເຕີບ​ໂຕ​ແຮງກວ່າ​ປີ 2024 ແລະ ບັ​ນ​ລຸ​ລະ​ດັບ 8,5 ຕື້ ເທື່ອ​ໃນ​ທົ່ວ​ໂລກ, ຖ້າ​ທຽບ​ກັບ​ປີ 2024 ແມ່ນ​ມີ​ການ​ເຕີບ​ໂຕ 39%. ນີ້​ແມ່ນ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່. ລາຍ​ຮັບ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຈຳ​ໜ່າຍແອັບ​ຟ​ຼີ​ເຄ​ຊັນ ຫວຽດ​ນາມ ບັນ​ລຸ​ການ​ເຕີບ​ໂຕ 69%. ນີ້​ແມ່ນ​ຈຸດ​ເວ​ລາ​ແກ່ນ​ສານ. ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ມີ​ການ​ຫັນ​ປ່ຽນ​ເພື່ອ​ກາຍ​ເປັນ​ຕະຫຼາດ​ທີ່​ເຕີບ​ໃຫຍ່. ພວກ​ເຮົາ​ພວມ​ຫັນ​ປ່ຽນ​ຈາກ​ການ​ແຂ່ງ​ຂັນ​ດ້ານ​ປະ​ລິ​ມານ​ໄປ​ສູ່​ການ​ແຂ່ງ​ຂັນ​ດ້ານ​ຄຸນ​ຄ່າ”.

ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ດີ​ຈີ​ຕ​ອນ​ແຫ່ງ​ຊາດ, ເກມ​ ໄດ້​ຮັບ​ຖື​ວ່າ​ແມ່ນ​ຂະ​ແໜງ​ທີ່​ມີ​ຄວາມ​ອາດ​ສາ​ມາດ​ແຜ່​ກະ​ຈາຍ​ເຕັກ​ໂນ​ໂລ​ຢີ​ຢ່າງ​ແຮງ, ຊຸກ​ຍູ້​ການ​ພັດ​ທະ​ນາ AI, Graphic, cloud computing, ການ​ຊຳ​ລະ​ດີ​ຈີ​ຕອນ ແລະ ລະ​ບົບ​ນິ​ເວດ​ປະ​ດິດ​ຄິດ​ສ້າງ​ດີ​ຈີ​ຕອນ. ພາຍຫຼັງ​ການ​ພັດ​ທະ​ນາ​ດ້ວຍ​ທ່າ​ໄດ້​ປຽບ​ທາງ​ດ້ານ​ເຕັກ​ນິກ ແລະ ລະ​ດັບ​ຄວາມ​ໄວ​ມາຫຼາຍ​ປີ, ໄລ​ຍະ​ຕໍ່​ໄປ​ຂອງ​ ເກມ ຫວຽດ ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ແກ້ງ​ແຍ້ງ​ກ່ຽວ​ກັບ​ດ້ານ​ແນວ​ຄິດ, ເນື້ອ​ໃນ ແລະ ຄວາມ​ອາດ​ສາ​ມາດ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ IP ສະ​ເພາະ. ໃນ​ສະ​ພາບ​ການ​ນັ້ນ, ມີ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຈຳ​ນວນ​ໜຶ່ງ ໄດ້​ເລີ່ມ​ໄປ​ຕາມ​ທິດ​ທາງ​ນີ້ ດ້ວຍ​ການ​ນຳ​ປັດ​ໄຈ​ວັດ​ທະ​ນະ​ທຳ ຫວຽດ ເຂົ້າໃນ ​ເກມ. ທ່ານ ຫງວຽນ​ງອກ​ບ໋າວ, ຜູ້​ອຳ​ນວຍ​ການ​ໃຫຍ່ VTC ເກມ, ໃຫ້​ຮູ້​ວ່າ:

“ຖ້າ​ຫາກວ່າ ພວກ​ເຮົາ​ມີ​ຈຸດ​ລວມແມ່ນຢາກ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ອອກ​ສູ່​ໂລກ, ເວ​ລາ​ນັ້ນ ເຂົາ​ເຈົ້າ​ຈະ​ມີ​ເປົ້າ​ໝາຍລວມ​ອັນ​ດຽວ​ກັນ, ມີເສັ້ນ​ທາງ​ເດີນສະ​ເພາະ​ຂອງ ຫວຽດ​ນາມ ແລະ ຮ່ວມ​ຈິດຮ່ວມໃຈ​ກັນ. ເວ​ລາ​ນັ້ນ ຫວຽດ​ນາມ ຈະ​ມີ​ຄວາມ​ເຂັ້ມ​ແຂງ. ເມື່ອ​ເວົ້າ​ເຖິງ​ ເກມ​ ໃດ​ໜຶ່ງ, ເຮົາ​ຈະ​ຈື່​ເລີຍ​ວ່າ ເກມ​ນັ້ນ ໂດຍ​ຊາວ ຫວຽດ​ນາມ ຜະ​ລິດ”.

ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ຕະຫຼາດ, ກະ​ແສ​ທຶນ​ສາ​ກົນ ກໍ​ພວມ​ສົນ​ໃຈ​ເຖິງ​ ເກມ ຫວຽດ​ນາມ ຫຼາຍຂຶ້ນ, ໂດຍ​ໄດ້​ສະ​ແດງອອກທີ່​ເລື່ອງໃນ ​ປີ​ຜ່ານ​ມາ ໄດ້​ປະກົດ​ມີຫຼາຍ​ອົງການການຄ້າ ​ລົງ​ທຶນເຂົ້າ ແລະ M&A (ການ​ຊື້​ຂາຍ ແລະ ໂຮມ​ວິ​ສາ​ຫະ​ກິ​ດເຂົ້າ​ກັນ) ທີ່​ມີ​ມູນ​ຄ່າສູງ​ໃນ​ຂົງ​ເຂ​ດ ​ເກມ. ສິ່ງ​ດັ່ງ​ກ່າວ​ໄດ້​ສ່ອງ​ແສງ​ໃຫ້​ແກ່​ເລື່ອງ​ບັນ​ດາ​ກອງ​ທຶນ​ລົງ​ທຶນ​ສາ​ກົນ​ເລີ່ມ​ຮັບ​ຮູ້​ ຫວຽດ​ນາມ ແມ່ນ​ສູນ​ພັດ​ທະ​ນາ​ ເກມ​ ແຫ່ງ​ໃໝ່​ຂອງ​ພາກ​ພື້ນແລ້ວ. ທ່ານ Adam Seldow, ຜູ້​ອຳ​ນວຍ​ຂັ້ນ​ສູງຝ່າຍ​ນະ​ໂຍ​ບາຍການ​ສຶກ​ສາຂ​ອງ Roblox, ໃຫ້​ຮູ້​ວ່າ:

“ປີ 2025, ພື​້ນ​ຖານ​ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ​ໃນ Roblox ໄດ້​ເບີກ​ຈ່າຍ​ເງິນໃຫ້​ບັນ​ດາ​ບໍ​ລິ​ສັດ​ພັດ​ທະ​ນາ 1,6 ຕື້ USD, ດ້ວຍ​ຈຳນວນ​ຜູ້​ຫຼີ້ນ​ ເກມ ກວ່າ 132 ລ້ານ​ຄົນ​ຕໍ່​ວັນ. ຜົນ​ງານ​ນີ້ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ຈາກ​ບັນ​ດາ​ບໍ​ລິ​ສັດ​ພັດ​ທະ​ນາ ຫວຽດ​ນາມ, ຜູ້​ທີ່​ໄດ້ປະ​ກອບ​ສ່ວນ​ສ້າງ​ຄວາມ​ເຂັ້ມ​ແຂງ​ກ່ຽວ​ກັບ​ຈຳ​ນວນ​ຊົ່ວ​ໂມງ​ຫຼີ້ນ​ໃນ Roblox”.

ປັດ​ຈຸ​ບັນ, ຂະ​ແໜງ ​ເກມ ​ທົ່ວ​ໂລກ ມີ​ລາຍ​ຮັບ​ເກືອບ 200 ຕື້ USD ຕໍ່​ປີ ແລະ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ຍ້ອນ​ການ​ພັດ​ທະ​ນາ​ຂອງ​ໂທ​ລະ​ສັບ​ມື​ຖື, AI ແລະ ພື້ນ​ຖານ​ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ​ດີ​ຈີ​ຕອນ. ໃນ​ສະ​ພາບ​ການ​ນັ້ນ, ຫວຽດ​ນ​າມ ພວມ​ມີ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ກາຍ​ເປັນ​ສູນ​ຜ​ະ​ລິດ​ເນື້ອ​ຫາ​ດີ​ຈ​ີ​ຕອນ ແລະ ພັດ​ທະ​ນາ​ ເກມ ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ປະ​ກອບ​ສ່ວນ​ນັບ​ມື້​ນັບຫຼາຍ​ເຂົ້າ​ໃນ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອ​ນ​ແຫ່ງ​ຊາດ./