ສື່ມວນ​ຊົນ​ສິງ​ກະ​ໂປ​ພ້ອມ​ກັນ​ລົງ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຢ່າງ​ເປັນ​ທງ​ການ​ຂອງ​ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນກາງພັກ ແຕ່​ວັນ​ທີ 24 – 25 ສິງ​ຫາ ແລະ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນ​າ​ຍຸດ​ທະ​ສາດ ຫວຽດ​ນາມ ສິງ​ກະ​ໂປ​ຄັ້ງ​ທີ 1.

ໜັງ​ສື​ພິມ The Straits Times ແລະ AsiaOne ໄດ້​ລົງ​ຂ່າວ​ວ່າ​ບັນ​ດາ​ການ​ນຳ​ການ​ເມືອງ ແລະ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສິງ​ກະ​ໂປ ແລະ ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຄັ້ງ​ທີ່ 1 ໃນ​ວັນ​ທີ 25 ສິງ​ຫາ, ເພື່ອ​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຄື: ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ພັດ​ທະ​ນາ​ການ​ຊີ້​ນຳ ແລະ ການ​ຫັນ​ປ່ຽນ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ.

ຕາມ​ແຈ້ງ​ການ​ສື່ມວນ​ຊົນ​ຂອງ​ກົມ​ການ​ບໍ​ລິ​ການ​ສ​າ​ທາ​ລະ​ນະ ສິງ​ກະ​ໂປ (PSD), ທ່ານ Chan Chun Sing ລັດ​ຖະ​ມົນ​ຕີ​ປະ​ສານ​ງານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການາສູນກາງ ພັກຈະ​ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸ​ທະ​ສາດ. ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ PSD ແລະ ກະ​ຊວ​ງ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ ປະ​ສານ​ງານ​ຈັດ​ຕັ້ງ.