VOV WorldVOV World
ຊາວຍີປຸ່ນຜູ້ໜຶ່ງຮັກສາສິ່ງແວດລ້ອມຢູ່ ໜອງຮ່ວານກ໋ຽມ-ຮ່າໂນ້ຍ
13/10/2012 12:31
ຮອດຍາມ​ຕອນ​ເຊົ້າຂອງ​ທຸກໆວັນອາ​ທິດ​, ຜູ້ຄົນທັງຫຼາຍຈາກທຸກແຫ່ງໄດ້ ພາກັນຫຼັ່ງໄຫມາໜອງຮ່ວານ​ກ໋ຽມ-ຮ່າ​ໂນ້ຍ ,ແຕ່ພິເສດໃນຂະບວນຄົນນີ້, ພັດມີຊາວ ຕ່າງປະເທດຄົນ​ໜຶ່ງ​ມາ​ເກັບ​ຂີ້​ເຫຍື້ອ​ຢູ່​ຕາມ​ເນື້ອ​ທີ່​ຫຍ້າ​ຫຼື​ຢູ່​ກ້ອງ​ຕັ່ງ​ຫີນ​ແຄມ ໜອງຮ່ວານ​ກ໋ຽມ
ຊາວຍີປຸ່ນຜູ້ໜຶ່ງຮັກສາສິ່ງແວດລ້ອມຢູ່ ໜອງຮ່ວານກ໋ຽມ-ຮ່າໂນ້ຍ
ທ່ານ Ninomiya ພ້ອມກັບບັນດາສະມາຊິກໃນກຸ່ມ​ເຄື່ອນ​ໄຫວ ​ເກັບ​ຂີ້​ເຫຍື້ອ​ໂດຍ​ສະ​ໝັກ​ໃຈ  (ພາບ : internet) vovworld- ຮອດຍາມ​ຕອນ​ເຊົ້າຂອງ​ທຸກໆວັນອາ​ທິດ​, ຜູ້ຄົນທັງຫຼາຍຈາກທຸກແຫ່ງໄດ້ ພາກັນຫຼັ່ງໄຫ ມາໜອງຮ່ວານ​ກ໋ຽມ-ຮ່າ​ໂນ້ຍ ເພື່ອຫັດກາຍບໍລິຫານ, ສູບເອົາ ອາກາດທີ່ ປອດໂປງ່ ຫຼືນັ່ງຢ່ອນອາລົມ. ແຕ່ພິເສດໃນຂະບວນຄົນນີ້, ພັດມີຊາວ ຕ່າງປະເທດຄົນ​ໜຶ່ງ​ມາ​ເກັບ​ຂີ້​ເຫຍື້ອ​ຢູ່​ຕາມ​ເນື້ອ​ທີ່​ຫຍ້າ​ຫຼື​ຢູ່​ກ້ອງ​ຕັ່ງ​ຫີນ​ແຄມ ໜອງ ຮ່ວານ​ກ໋ຽມ. ນັ້ນ​ແມ່ນ​ທ່ານ Ninomiya, ຜູ້ອຳ​ນວຍ​ການ​ບໍລິສັດ Ishigaki Rubber Vietnam ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ເຂດ​ອຸດສາຫະກຳຮ່າ​ໂນ້ຍທີ່​ເມືອງ ລອງ​ບຽນ. ຕະຫຼອດ​ປີ​ນີ້, ທ່ານ​ພ້ອມ​ກັບ​ຫຼາຍ​ຄົນ​ມາ​​ເກັບ​ຂີ້​ເຫຍື້ອ ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຢູ່ໜອງຮ່ວານ​ກ໋ຽມ-ຮ່າ​ໂນ້ຍ. ​ທ່ານ Ninomiya ​ໄດ້​ມາ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ໄດ້ 4 ປີແລ້ວ, ດັ່ງ​ນັ້ນ​ທ່ານ​ຢາກ​ໄດ້​ເຮັດ​ວຽກ​ງານ​ໃດ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຮ່າ​ໂນ້ຍ. ​ທ່ານ Ninomiya ​ໃຫ້​ຮູ້​ວ່າ :

More