ຈາກ​ບັນ​ດາ​​ງານບຸນທີ່ບໍ່ໄດ້ຈັດສ້າງຂຶ້ນ, ບໍ່​ມີ​ເວ​ທີ​ສະ​ແດງ ​ຕະ​ຫຼອດ​ຮອດວິວັດ ການເດີນທາງ 30 ປີແຫ່ງການຟື້ນຟູວັດທະນະທຳທີ່ເຄີຍຖືກສູນຫາຍໄປ, ບັນດາ ຕາແສງເຂດພູດອຍ​ຂອງນະຄອນ ດ່ານັ້ງ ໄດ້ຄ່ອຍໆນຳວັດທະນະທຳພື້ນເມືອງ ໃຫ້ກາຍເປັນກຳລັງໜູນພັດທະນາ.

ເມື່ອນາໄຮ່ຫາກໍເກັບກ່ຽວສຳເລັດແລ້ວ, ຊາວເຜົ່າ Bhnong ກວ່າ 4.000 ຄົນ ຈາກ​ຫຼາຍບ້ານ, ຕາແສງຢູ່​ເມືອງ ເຟ​ືອກ​ແຈັງ, ນະຄອນ ​ດ​່ານັ້ງ ໄດ້ເຕົ້າໂຮມກັນຢູ່​ໃຈກາງຕາແສງເພື່ອເຂົ້າ​ຮ່ວມ​ງານບຸນ. ໂດຍບໍ່ໄດ້ຈັດສ້າງ, ບໍ່​ມີເວທີສະ​ແດງ, ງານບຸນດັ່ງກ່າວມີຄວາມລຽບງ່າຍ, ພຽງແຕ່ນຳເອົາເຄື່ອງຂອງ​ໃນ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳວັນຂອງຊາວເຜົ່າ Bhnong ຄື: ເຮືອນຮ້ານ​, ສາງ, ເຮືອນຄົວ ມາຕັ້ງແບບຮູບຈຳລອງຂຶ້ນຄືກັນ​ຢູ່​ບ້ານເທົ່ານັ້ນ... ເກືອບທັງບ້ານ Bhnong ໄດ້ນຳມາສ້າງຈຳລອງຢູ່ກາງເດີ່ນໃນຕາແສງ. ນັກສິລະປະການ​ ນາງ ເລ​ທິ​ແອັງ, ຢູ່ຕາແສງ ​ເຟື​ອກ​ແຈັງ, ໄດ້ແບ່ງປັນວ່າ:

ຮອດງານບຸນວັດທະນະທຳ Bhnong, ບ້ານຂອງພວກເຮົາຫວັງວ່າຈະໄດ້ໂຄ​ສະ​ນາ, ແນະ​ນຳ​ຈຸດຄວາມງາມຂອງວັດທະນະທຳ, ຄື: ກອງ, ​ຄ້ອງ ແລະ ຜ້າແພພື້ນເມືອງ... ສິ່ງເຫຼົ່ານີ້ແມ່ນຈຸດ​ຄວາມ​ງາມ​ດ້ານວັດທະນະທຳທີ່ເປັນເອກະລັກ ຂອງຊາວເຜົ່າ Bhnong.

ຢູ່ໃນທ່າມກາງສຽງຫົວທີ່ຄຶກຄັກ, ​ນາງສາວ​ພວມຂ້ຽວທໍ່ໄໝຄຽງຂ້າງກີ່​ຕ່ຳ​ຫູກ, ຄວາມ​ຄ່ອງ​ແຄ້ວ​ຂອງ​ນາງຄື​ດັ່ງເຄີຍເຮັດວຽກ​ງານນີ້ມາດົນນານແລ້ວ. ຊາວ​ເຜົ່າ​ Bhnong ​ມີ​ທັງ​ສາງ​ດ້ານ​ວັດ​ທະ​ນະ​ທຳໂດຍ​ອີງ​ໃສ່​ປ່າ​ໄມ້: ​ຄື: ອາ​ຊີບ​ຕີເຫຼັກ​, ປຸກເຮືອນຮ້ານ, ເຮັດສາງ, ຕະຫຼອກຮອດການ​ປູກພືດ, ຫວ່ານ​​ກ້າ​ຢູ່​ໄຮ່ນາ​. ທັງໝົດເຫຼົ່າ​ນັ້ນແມ່ນໄດ້​ວາດ​ພາບ​ຄືນຢ່າງມີ​ຊີ​ວິດ​ຊີ​ວາ​ນັບ​ແຕ່ລາຍລະອຽດນ້ອຍໆ. ນັກ​ສິລະ​ປະການໜຸ່ມ ​​ນາງ ໂຮ່ທິ​ຈາງ, ຢູ່ຕາ​ແສງ ​ເຟືອ​ກ​ແຈັງ ​ໃຫ້​ຮູ້​ວ່າ:

ຜູ້ໜຸ່ມຄື​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ, ເອກ​ອ້າງທະນົງໃຈທີ່ສຸດເມື່ອໄດ້ ເຂົ້າຮ່ວມງານບຸນປະກອບສ່ວນອະນຸລັກຮັກສາວັດທະນະທໍາທ້ອງຖິ່ນຂອງຕົນ.

ນັບແຕ່ເມີື່ອອຳ​ນາດ​ການປົກຄອງທ້ອງຖິ່ນສອງຂັ້ນໄດ້ເລີ່ມ​ເຄື່ອນ​ໄຫວ (ໃນເດືອນ ກໍລະກົດ 2025), ​ການນຳ​ບັນ​ດາຕາແສງເຂດພູດອຍ​ນະ​ຄອນ ດ່ານັ້ງ ໄດ້ເອົາ​ໃຈໃສ່​ເຖິງ​ການ​ຮັ​ກ​ສາ​ວັດ​ທະ​ນະ​ທຳ, ໃນ​ນັ້​ນລວມມີຕາແສງ ເຟືອກແຈັງ. ສຳລັບ​ອຳ​ນາດ​ການ​ປົກ​ຄອງ​ຢູ່​ແຫ່ງນີ້, ວັດທະນະທຳແມ່ນມູນມັງ, ເປັນຊັບສົມບັດ​ໃຫ້​ແກ່​ທັງ​ວົງຄະນະຍາດ. ທ່ານ ເລດິ່ງຕ່າຍ, ປະທານຄະນະກຳມະການປະຊາຊົນ ຕາແສງ ເຟືອກແຈັງ, ແບ່ງປັນວ່າ:

ທາງນະຄອນໄດ້ກຳນົດ ວັດທະນະທຳເປັນກຳລັງ​ໜູນ​ເພື່ອພັດທະນາແບບ​ຍືນ​ຍົງ. ​ພິ​ເສດ​ແແມ່ນນຳມະຕິເລກທີ 80 ຂອງກົມການເມືອງກ່ຽວ​ກັບການພັດທະນາ ວັດທະນະທຳ ຫວຽດນາມ ເຂົ້າສູ່ຊີວິດຕົວຈິງ, ​ສະ​ນັ້ນ ຕາແສງ ເຟືອກແຈັງ ໄດ້ກຳນົດ ວັດທະນະທຳເປັນກຳລັງໜູນ​ເພື່ອພັດທະນາ. ພວກ​ຂ້າ​ພະ​ເຈົ້າສະ​ຫງວນ​ແຫຼ່ງກຳລັງ ເພື່ອຈັດງານບຸນວັດທະນະທຳ​ປະ​ເພ​ນີ.

ວັດທະນະທຳທີ່​ເປັນ​ມູນ​ເຊື້ອຂອງ​ພໍ່​ແມ່​ປະ​ຊາ​ຊົນເຜົ່າ Cor ຢູ່​ເຂດ​ພູ​ດອຍນະຄອນ ດ່ານັ້ງ ມີຊ່ວງ​ເວ​ລາ​ໜຶ່ງ​ເຄີຍ​ຖືກສູນຫາຍໄປ. ແຕ່ໃນປະຈຸບັນ, ​ຮອດ​ວັນ​ບຸນ, ບຸນ​ເກັບ​ກ່ຽວ, ຢູ່ໝູ່ບ້ານ Cor, ມີ​ບ່າວສາວ​ໄດ້ນຸ່ງຊຸດ​ອາ​ພອນ​ປະ​ເພ​ນີ​ເຂົ້າຮ່ວມພິທີ​ແຂ່ງຂັນຕີຄ້ອງ. ເພື່ອ​ມີການຟື້ນຟູນັ້ນ​ກໍ່​ຍ້ອນຄຸນ​ງາມ​ຄວາມດ​ີຂອງ​ນັກ​ສິ​ລະ​ປະການ​ດີ​ເດັ່ນ ເຢືອງລາຍ, ​ດຳ​ລົງ​ຊີ​ວິດ​ຢູ່ຕາແສງ ຈ່າລຽນ, ນະຄອນ ດ່ານັ້ງ. ​ທ່ານໄດ້​ສະ​ຫງວນເວລາ​ກວ່າ 30 ປີເພື່ອ​ສະ​ສົມ, ເກັບກຳ, ຟື້ນຟູເພງພື້ນເມືອງ, ເຄື່ອງດົນຕີທີ່ເບິ່ງ​ຄື​ວ່າຖືກ​ສູນ​ຫາຍໄປແລ້ວ. ​ນັກ​ສິ​ລະ​ປະການ​ດີ​ເດັ່ນ ເຢືອງລາຍ ແບ່ງປັນວ່າ:

ສິ​ສັນວັດທະນະທໍາ​ແມ່ນຂອງພວກເຮົາ, ສະນັ້ນ ຂ້າພະເຈົ້າໄດ້​ໄປ​ໂຄ​ສະ​ນາ, ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ ຈົ່ງ​ຮັກ​ສາ​ສີ​ສັນ​ທີ່ເປັນເອກະລັກ​ສະ​ເພາະ​ໄວ້.

ພາຍ​ຫຼັງ​ທີ່ແຂວງ ກວາງນາມ ໂຮມເຂົ້າ​ກັບນະຄອນ ດ່ານັ້ງ, ​ມີ​ຫຼາຍງານບຸນພື້ນເມືອງໄດ້ຮັບການຟື້ນຟູ​ໃນຊຸມຊົນ. ​ເຂດສະແດງ, ເຂດ​ອະ​ນຸ​ລັກ​ຮັກ​ສາ​ໄດ້​ໃຫ້​ບຸ​ລິ​ມະ​ສິດການ​ສ້າງ, ນຳເອົາ​ວັດ​ທະ​ນະ​ທຳ​ລົງຮອດຮາກ​ຖານເພື່ອ​ໃຫ້​ປະ​ຊາ​ຊົນ​ທັງເປັນເຈົ້າຂອງ, ທັງ​ແມ່ນ​ຜູ້​ທີ່ໄດ້​ຮັບຜ​ົນ​ປະ​ໂຫຍດ​ຈາກ​ມໍ​ລະ​ດົກ​ຂອງ​ຕົນ.

ທ່ານ ຫງວຽນ​ແມ້ງ​ຮ່າ, ຫົວໜ້າ​ພະ​ແນ​ກຊົນ​ເຜົ່າ ​ແລະ ສາສະໜາ ​ນະຄອນ ດ່າ​ນັ້ງ ຢືນຢັນ​ວ່າ:

ນະຄອນ ດ່ານັ້ງ ມີຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ດ້ານວັດທະນະທຳ, ຊີ້​ນຳ​ການ​ປະ​ຕິ​ບັດມະຕິເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຢ່າງເຂັ້ມງວດ. ໃນໄລຍະຜ່ານມາ, ຫຼາຍຕາແສງໄດ້ຜັນ​ຂະ​ຫຍາຍ​ປະຕິບັດມະ​ຕິ​ດັ່ງ​ກ່າວຢ່າງ​ລະ​ອ​ຽດ.

ຈາກບັນ​ດາບ້ານນ້ອຍໆ​ຢູ່ເຂດພູສູງ, ​ຄວາມ​ຄາດຫວັງອັນໃຫຍ່​ຫຼວງ​ພວມ​ປະກົດຂຶ້ນຄື: ​ນຳນະຄອນ ດ່ານັ້ງ ໃຫ້ກາຍເປັນ​ນະ​ຄອນມໍລະດົກ, ​ປະ​ດິດຄິດສ້າງ, ເຂັ້ມ​ຂຸ​້ນ​ໄປ​ດ້ວຍ​ສີ​ສັນ​. ແຫ່ງ​ທີ່​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ລ້ວນ​ແຕ່​ແມ່ນ​ເຈົ້າ​ກຳ, ແມ່ນ​ເຈົ້າ​ຂອງມໍລະດົກທີ່ເຂົາເຈົ້າ​ພວມອະນຸລັກຮັກສາໄວ້ຢ່າງ​ແທ້​ຈິງ.