VOV WorldVOV World
ການ​ແຂ່ງ​ຂັນບັນ​ລະ​ຍາຍ ແລະ ຮ້ອງ​ເພງພາ​ສາ ອິນ​ໂດ​ເນ​ເຊຍ - ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ ອິນ​ໂດ​ເນ​ເຊຍ
08/09/2024 12:50
(VOVWORLD) - ຄຶກຄື້ນ, ກະຕືລືລົ້ນ, ຈັບອົກຈັບໃຈແມ່ນບັນຍາກາດຂອງຮອບຊີງຊະນະເລີດ “ການແຂ່ງຂັນບັນລະຍາຍແລະຮ້ອງເພງພາສາອິນໂດເນເຊຍ” ເຊິ່ງໄດ້ດຳເນີນໃນທ້າຍເດືອນສິງຫາຜ່ານມາຢູ່ສະໂມສອນພະແນກວັນນະຄະດີ, ມະຫາວິທະຍາໄລວິທະຍາສາດສັງຄົມແລະມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ເຂົ້າຮ່ວມການແຂ່ງຂັນສະແດງຄວາມສາມາດໃນການບັນຍາຍແລະຄວາມເມົາມົວກັບພາສາ, ວັດທະນະທຳອິນໂດເນເຊຍ.
ການ​ແຂ່ງ​ຂັນບັນ​ລະ​ຍາຍ ແລະ ຮ້ອງ​ເພງພາ​ສາ ອິນ​ໂດ​ເນ​ເຊຍ - ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ ອິນ​ໂດ​ເນ​ເຊຍ
ໂດຍໄດ້ປຸກລະດົມກ່ອນນີ້ກວ່າ 1 ເດືອນ, “ການແຂ່ງຂັນບັນລະຍາຍ ແລະ ຮ້ອງເພງພາສາ ອິນໂດເນເຊຍ” ໂດຍມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ສົມທົບກັບສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ຈັດຂຶ້ນ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາເພື່ອນໜຸ່ມໃນບໍລິເວນນະຄອນ ເປັນຈຳນວນຫຼວງຫຼາຍ. ເຂົາເຈົ້າເປັນນັກສຶກສາ, ອະດີດນັກສຶກສາຮຽນພາສາ ອິນໂດເນເຊຍ, ເປັນຜູ້ນຳທ່ຽວ ຫຼື ຜູ້ຮັກມັກພາສາ ອິນໂດເນເຊຍ. ພາຍຫຼັງຮອບຄັດເລືອກ, ຄະນະຈັດຕັ້ງໄດ້ເລືອກເອົາຜູ້ເຂົ້າຮ່ວມການແຂ່ງຂັນ 21 ຄົນທີ່ດີເດັ່ນທີ່ສຸດ ຢູ່ທັງໃນການແຂ່ງຂັນບັນລະຍາຍ ແລະ ຮ້ອງເພງເຂົ້າຮອບຊີງຊະນະເລີດ.
TAG
VOV/VOVworld/ແຂ່ງ​ຂັນ/ພາ​ສາ ອິນ​ໂດ​ເນ​ເຊຍ/ນະ​ຄອນ ໂຮ່​ຈີ​ມິນ