ຊຸດຫຼັກສູດບຳລຸງສ້າງພາສາໄທ ໄລຍະສັ້ນ ໃຫ້ແກ່ນັກສຶກສາ ຫວຽດນາມ - ຂົວເຊື່ອມຕໍ່ນັກສຶກສາທີ່ຮັກມັກພາສາ ໄທ
29/09/2024 12:20
(VOVWORLD) - ຊຸດຫຼັກສູດບຳລຸງສ້າງພາສາໄທ ໄລຍະສັ້ນລົງເລິກ ສຳລັບນັກສຶກສາ ຫວຽດນາມ ໄດ້ຈັດຂຶ້ນພາຍໃຕ້ການອຸປະຖຳຂອງກົມຮ່ວມມືສາກົນ, ກະຊວງການຕ່າງປະເທດ ໄທ ໄດ້ຈັດຂຶ້ນຄັ້ງທຳອິດເມື່ອປີ 1999. ດ້ວຍຈຸດໝາຍສ້າງໂອກາດເພື່ອໃຫ້ນັກສຶກສາ ຫວຽດນາມ ທີ່ຮັກມັກພາສາ ໄທ ໄດ້ຝຶກຝົນພາສາ ແລະ ຊອກຮູ້ກ່ຽວກັບວັດທະນະທຳ ໄທ, ຜ່ານການຈັດຕັ້ງມາເປັນເວລາ 23 ຄັ້ງ, ລາຍການບຳລຸງສ້າງພາສາ ໄທ ໄລຍະສັ້ນແບບລົງເລິກສຳລັບນັກສຶກສາ ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ປະສິດທິຜົນ, ຊ່ວຍໃຫ້ນັກສຶກສາ ຫວຽດນາມ ຍົກສູງຄວາມສາມາດໃນການນຳໃຊ້ພາສາ ໄທ ແລະ ມີການລົງຕົວຈິງຫຼາຍຢ່າງທີ່ຈັບອົກຈັບໃຈຢູ່ປະເທດ ໄທ.

“ ໃນ ຂອບ ເຂດຊຸດຫຼັກສູດ , ກິດ ຈະ ກຳ ທີ່ ນ້ອງ ມັກ ທີ່ ສຸດ ແມ່ນ ການ ໄປ ຕັກ ບາດ ໃນ ຂະ ນະ ໄປ ຢ້ຽມ ຢາມ ທັດ ສະ ນະ ສຶກ ສາ ຢູ່ ແຂວງ ເພັດຊະບູຣີ . ນີ້ ແມ່ນ ຄັ້ງ ທຳ ອິດ ທີ່ ເຂົ້າ ຮ່ວມ ການ ເຄື່ອນ ໄຫວ ນີ້ ແລະ ເຂົ້າ ໃຈ ກ່ຽວ ກັບ ຄວາມ ໝາຍ ຂອງ ການ ຕັກ ບາດ ”. “ ຜ່ານ ຊຸດ ບຳ ລຸງ ສ້າງ ຄັ້ງ ນີ້ , ນ້ອງ ມີ ຄວາມ ເຂົ້າ ໃຈ ແຈ້ງກວ່າ ກ່ຽວ ກັບ ປະ ເທດຊາດ ແລະ ປະ ຊາ ຊົນ ໄທ ຜ່ານງານ ບຸນ ຕ່າງໆ , ອາ ຫານ ການ ກິນ ແລະ ຮີດ ຄອ ງ ປະ ເພ ນີ . ສິ່ງ ດັ່ງ ກ່າວ ບໍ່ ພຽງ ແຕ່ ຊ່ວຍ ໃຫ້ ນ້ອງ ມີ ຄວາມ ເຂົ້າ ໃຈ ແຈ້ງກວ່າ ກ່ຽວ ກັບ ພື້ນ ຖານ ວັດ ທະ ນະ ທຳ ທີ່ຫຼາກຫຼາຍ ຂອງ ໄທ ເທົ່າ ນັ້ນ , ຫາກ ຍັງຮູ້ ສຶກ ໄດ້ ເຖິງ ຄວາມ ເປັນ ມິດ ສະ ໜິດ ສະ ໜົມ ແລະ ນ້ຳ ໃຈ ອັນ ອົບ ອຸ່ນ ຂອງ ປະ ຊາ ຊົນ ຢູ່ ທີ່ ນີ້ອີກດ້ວຍ ”. “ ເຂົ້າ ຮ່ວມ ຊຸດ ບຳ ລຸງ ສ້າງ 1 ເດືອນ ຢູ່ ໄທ , ສາ ມາດ ເວົ້າ ໄດ້ ວ່າ ນີ້ ແມ່ນ ໄລ ຍະ ເວ ລາ ທີ່ ໜ້າ ຈົດ ຈຳ ທີ່ ສຸດ ສຳ ລັບ ນ້ອງ . ນ້ອງ ມີ ຄວາມ ເຂົ້າ ໃຈກ່ຽວ ກັບຫຼາຍ ສິ່ງຫຼາຍ ຢ່າງ ຂອງ ໄທ ຕື່ມ ອີກ ແລະ ມີ ອະ ນຸ ສອນ ອັນ ດີ ງາມ ກັບ ປະ ຊາ ຊົນ ຢູ່ ທີ່ ນີ້ ”.
TAG
VOV/VOVworld/ນັກສຶກສາ/ບຳລຸງສ້າງ/ພາສາ ໄທ
Related








