VOV WorldVOV World
ອາຊຽນ ພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຍຸກສະໄໝດີຈີຕອນ
24/06/2020 08:44
(VOVWORLD) - ໃນ 25 ປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈປະຕິບັດບັນດາເປົ້າໝາຍຂອງໂຄງການເຄື່ອນໄຫວ ປັກກິງ ແລະ ບັນດາຄຳໝັ້ນສັນຍາສາກົນອື່ນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນວິວັດການສ້າງສາ ແລະ ປັບປຸງກົດໝາຍ, ນະໂຍບາຍຂອງປະເທດ.
ອາຊຽນ ພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຍຸກສະໄໝດີຈີຕອນ
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເປັນເທື່ອທຳອິດທີ່ຈະຈັດຕັ້ງວາລະປະຊຸມພິເສດ ກ່ຽວກັບການເພີ່ມສິດອຳນາດ ໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ ດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາຊຽນ. ນີ້ແມ່ນຂໍ້ລິເລີ່ມໂດຍ ຫວຽດນາມ ນຳສະເໜີ ເພືຶ່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາຂອງບັນດາການນຳ ອາຊຽນ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງບົດບາດຂອງແມ່ຍິງໃນວິວັດການກໍ່ສ້າງປະຊາຄົມ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ຢູ່ໃນຄວາມມານະພະຍາຍາມສັງລວມຂອງ ຫວຽດນາມ ກ່ຽວກັບການປົກປ້ອງສິດທິຂອງແມ່ຍິງ.   ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເປັນເທື່ອທຳອິດທີ່ຈະຈັດຕັ້ງວາລະປະຊຸມພິເສດ ກ່ຽວກັບການເພີ່ມສິດອຳນາດ ໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ         ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມວາລະພິເສດດັ່ງກ່າວ ເຊິ່ງຈະຈັດຂຶ້ນໃນວັນທີ 26 ມິຖຸນາ ຢູ່ຮ່າໂນ້ຍ ແລະ ແຂກຖືກເຊີນເຂົ້າຮ່ວມກອງປະຊຸມລວມມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານເລຂາຝ່າຍບໍລິຫານຄະນະກຳມະການເສດຖະກິດສັງຄົມ ອາຊີ - ປາຊີຟິກ ຂອງສະຫະປະຊາຊາດ (UNESCAP) Armida Salsiah Alisjahbana.
TAG
VOV/VOVworld/ອາຊຽນ/ຄວາມສະເໝີພາບລະຫວ່າງຍິງ-ຊາຍ/ສະໄໝດີຈີຕອນ

More