VOV WorldVOV World
ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ
16/05/2019 11:20
(VOVWORLD) - ທີ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພຶດສະພາ.ຕາມແຜນການ, ຄະນະບໍລິຫານງານສູນກາງພັກຈະຮັບຟັງບົດລາຍງານແລະ ປຶກສາຫາລືຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວເມື່ອປີ 2011). ຕາມການຕີລາຄາ, ເລື່ອງປະຕິບັດໂຄງການການເມືອງ 2011 ໄດ້ສ້າງບັນຍາກາດແຂ່ງຂັນອັນຟົດຟື້ນ, ເປັນຈິດຫນຶ່ງໃຈດຽວໃນທັງລະບົບການເມືອງແລະປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ພັດທະນາເສດຖະກິດສັງຄົມແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ.
ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ
ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເປັນເຈົ້າພາບ ແລະ ກ່າວຄຳເຫັນໄຂກອງປະຊຸມ (ພາບ: ຈິຢູງ/TTXVN )  ຜົນງານທີ່ເປັນຫນ້າຮັບຮູ້ພາຍຫລັງ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວປີ 2011) ນັ້ນແມ່ນການພັດທະນາພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ.
TAG
VOV/VOVworld/​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ

More