ບັນດາຂີດໝາຍໃນກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14
19/06/2020 07:29
(VOVWORLD) -ວັນທີ 19 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງຢູ່ຮ່າໂນ້ຍ. ນີ້ແມ່ນກອງປະຊຸມພິເສດໃນປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ. ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ໄດ້ຮັບຮອງເອົາບັນດາລັດຖະນະໂຍບາຍທີ່ ສຳຄັນສຳລັບການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ໃນສະພາບຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ເປີດກ້ວາງປະຕູແລກປ່ຽນດ້ານການຄ້າກັບສະຫະພາບເອີລົບ ເທົ່ານັ້ນ, ຫາກຍັງໄດ້ສ້າງພື້ນຖານໃຫ້ແກ່ການປ່ຽນແປງໃໝ່ ໃນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ອີກດ້ວຍ.

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: quochoi.vn) ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ດຳເນີນໄປໃນສະພາບການທີ່ພິເສດພໍສົມຄວນ ໃນຂະນະທີ່ໂລກລະບາດໂຄວິດ-19 ກໍ່ຜົນກະທົບຢ່າງເລິກເຊິ່ງຕໍ່ສັງຄົມຫວຽດນາມ ຊື່ງເຮັດໃຫ້ກອງປະຊຸມຕ້ອງແບ່ງເປັນ 2 ຄັ້ງ: ກອງປະຊຸມທາງອອນລາຍ ແລະ ຢູ່ຫໍປະຊຸມ.
TAG
VOV/VOVworld/ກອງປະຊຸມສະໄໝສາມັນເທື່ອທີ 9/ສະພາແຫ່ງຊາດຫວຽດນາມ
Related
More








.jpg)