ບັນດາແຫງ່ຫວັງຕັ້ງຫນ້າໃນການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ
07/03/2019 09:10
(VOVWORLD) -ບັນດາຄຳຖະແຫລງຂອງເຈົ້າຫນ້າທີ່ຂັ້ນສູງສອງປະເທດ, ບັນດາຂໍ້ສັງເກດຈາກວົງການສື່ມວນຊົນ, ຜູ້ຊ່ຽວຊານສາກົນກ່ຽວກັບເລື່ອງ ວໍຊີງຕັນ ແລະ ປັກກີ່ງ ພວມຫຍັບມໍ່ໃກ້ກັບການບັນລຸຂໍ້ຕົກລົງແມ່ນມີຫລັກຖານແທ້ຈິງ.ເຖິງວ່າ ບັນດາການກະທຳມໍ່ໆມານີ້ລະຫວ່າງສອງຝ່າຍຍັງບໍ່ທັນຢຸດຕິຢ່າງທັນທີກໍຕາມແຕ່ກໍ່ໝັ້ນໝາຍຈະເປີດປະຕູການເຈລະຈາຄັ້ງຕໍ່ໄປ ເພື່ອແນໃສ່ຢຸດຕິສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກ.

ໃນການຕອບສຳພາດຄັ້ງຕ່າງໆຕໍ່ສື່ມວນຊົນຫວ່າງແລ້ວນີ້.ທ່ານMikePompeoລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ແລະ ຈີນ ອາດຈະເຫັນດີກ່ຽວກັບຂໍ້ຕົກລົງໃນ 1- 2 ອາທິດຈະມາເຖິງ ເພື່ອພົວພັນແລກປ່ຽນດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກມີຄວາມຍຸຕິທຳກວ່າແລະຈີນ ບໍ່ຈັດວາງອັດຕາພາສີໂຕ້ຕອບສຳລັບຜະລິດຕະພັນກະເສດຂອງ ອາເມລິກາ ອີກ. ໃນຂະນະນັ້ນທ່ານ ຈາງເຢເຊ໊ວ ໂຄສົກສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ຢືນຢັນ: ຈີນ ແລະຫລາຍປະເທດໃນໂລກ ຕີລາຄາຢ່າງຕັ້ງຫນ້າບັນດາ “ຄວາມຄືບຫນ້າແທດຈິງ” ຊື່ງບັນລຸໄດ້ໃນບັນດາຮອບເຈລະຈາດ້ານການຄ້າກັບ ອາເມລິກາ. ທ່ານສະແດງຄວາມຫວັງວ່າ: ສອງປະເທດອາດຈະສືບຕໍ່ເພີ່ມທະວີການປຶກສາຫາລືເພື່ອບັນລຸໄດ້ຂໍ້ຕົກລົງຢ່າງຍຸຕິທຳ, ຮັບປະກັນຜົນປະໂຫຍດຂອງທັງສອງຝ່າຍ.
TAG
VOV/VOVworld/ອາເມລິກາ/ຈີນ/ສົງຄາມການຄ້າ.
Related







