ບັນດາການຜັນແປທີ່ເປັນໜ້າວິຕົກກັງວົນຢູ່ແຫຼມເກົາຫຼີ
17/06/2020 09:11
(VOVWORLD) - ວັນທີ 16 ມິຖຸນາ, ບັນດາແຫຼ່ງຂ່າວການທະຫານຂອງສ.ເກົາຫຼີ ໄດ້ຢັ້ງຢືນວ່າ, ສປປ.ເກົາຫຼີ ໄດ້ທຳລາຍຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ເຂດອຸດສາຫະກຳຮ່ວມ Kaesong ຢູ່ເທດສະບານຊາຍແດນຕິດກັບ ສ.ເກົາຫຼີ.

ນີ້ໄດ້ຮັບຖືວ່າ: ແມ່ນການກະທຳໂຕ້ຕອບຢ່າງແຮງຕໍ່ເລື່ອງ ສ.ເກົາຫຼີ ຫວ່ານໃບປິວຕ້ານ ສປປ.ເກົາຫຼີ ຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ການຜັນແປປີນຂັ້ນໄດຄັ້ງຫຼ້າສຸດນີ້ ໄດ້ເຮັດໃຫ້ຄວາມວິຕົກກັງວົນໃນຫາງສຽງສາກົນເພີ່ມຂຶ້ນ ກ່ຽວກັບຄວາມສ່ຽງທີ່ບໍ່ເພິ່ງປາຖະໜາອາດຈະເກີດຂຶ້ນຢູ່ແຫຼມ ເກົາຫຼີ, ເຊິ່ງແມ່ນໜຶ່ງໃນບັນດາເຂດທີ່ຫາຍາກໃນໂລກຍັງຕົກຢູ່ໃນສະພາບສົງຄາມ. ສປປ.ເກົາຫຼີ ໄດ້ທຳລາຍຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ (ພາບ: Yonhap) ຕາມສື່ມວນຊົນ ແລະ ວົງການນັກສັງເກດການສາກົນແລ້ວ, ສະພາບການໃນປະຈຸບັນຢູ່ແຫຼມ ເກົາຫຼີ ແມ່ນເປັນໜ້າວິຕົກກັງວົນທີ່ສຸດ, ມັນກົງກັນຂ້າມກັບບັນຍາກາດທີ່ຕັ້ງໜ້າຢູ່ທີ່ນີ້ພໍດີຄົບ 2 ປີ, ເມື່ອການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທຳອິດໄດ້ຈັດຕັ້ງຢູ່ປະເທດ ສິງກະໂປ (12/06/2018). ເພື່ອໂຕ້ຕອບເລື່ອງຫວ່າງແລ້ວນີ້ ບັນດາກຸ່ມຄົນ ສປປ.ເກົາຫຼີ ໄດ້ປ່ອຍໝາກປູມເປົ້າຫວ່ານໃບປິວເພື່ອຕ້ານອຳນາດການປົກຄອງ ສປປ.ເກົາຫຼີ ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລ້ວປົບໜີໄປຍັງ ສ.ເກົາຫຼີ, ພຽງຢາງ ໄດ້ອອກບັນດາຖະແຫຼງການພ້ອມທັງມີການກະທຳແຂງກະດ້າງຢ່າງຕໍ່ເນື່ອງ ເພື່ອແນໃສ່ທັງ ສ.ເກົາຫຼີ ແລະ ອາເມລິກາ.
TAG
VOV/VOVworld/ຜັນແປ/ວິຕົກກັງວົນ/ແຫຼມເກົາຫຼີ
Related
More








.jpg)