ບຸກໂຈມຕີດ້ວຍລູກສອນໄຟທົ່ວພາກພື້ນຕາເວັນອອກກາງ, ການປະທະກັນອາດຈະແຜ່ລາມອອກເປັນວົງກວ້າງໃນຫຼາຍຮົບ
23/01/2024 10:12
(VOVWORLD) - ມີຫຼາຍເຫດບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ ຊີຣີ, ລີບັງ, ອີຣັກ, ເຢແມນ ພ້ອມດ້ວຍບັນດາບັ້ນບຸກໂຈມຕີທາງອາກາດເຊິ່ງກັນລະກັນ ລະຫວ່າງ ອີຣານ ກັບ ປາກິດສະຖານ ນັ້ນ ພວມຍູ້ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ - ອາຊີໃຕ້ ຂຶ້ນສູ່ລະດັບສູງກວ່າ ເວລາໃດໝົດ, ອັນໄດ້ເຮັດໃຫ້ການປະທະກັນ ຢູ່ເຂດ ກາຊາ ມີຄວາມສ່ຽງແຜ່ລາມອອກສູ່ວົງກວ້າງໃນຫຼາຍແນວຮົບ.

ວັນທີ 20 ມັງກອນ, ອີຣານ ໃຫ້ຮູ້ວ່າ ມີທີ່ປຶກສາອາວຸໂສຢ່າງໜ້ອຍສຸດ 4 ທ່ານຂອງປະເທດນີ້ຖືກເສຍຊີວິດໃນບັ້ນບຸກໂຈມຕີດ້ວຍລູກສອນໄຟຢູ່ນະຄອນຫຼວງ Damascus, ຊີຣີ. ເຕເຮຣານ ສົງໄສວ່າ ບັ້ນບຸກໂຈມຕີດັ່ງກ່າວກ່ຽວຂ້ອງເຖິງ ອິດສະຣາແອັນ ແລະ ຖະແຫຼງວ່າ ຈະມີການໂຕ້ຕອບຄືນ.
TAG
VOV/VOVworld/ບຸກໂຈມຕີ/ຕາເວັນອອກກາງ/ປະທະກັນ
Related








