ບຸນເຕັດແຫ່ງຄວາມເມດຕາ: ແຜ່ກະຈາຍມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີ ຂອງ ຊາວຫວຽດນາມ
11/01/2024 09:45
(VOVWORLD) - ເລື່ອງເອົາໃຈໃສ່ເຖິງຄົນທຸກຍາກ ເຊິ່ງແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງໃນສັງຄົມ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ໂດຍມີການປະກອບກຳລັງເຫື່ອແຮງຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນຄົນ. ຂະບວນການບຸນເຕັດແຫ່ງຄວາມເມດຕາ ໂດຍສະພາກາແດງ ຫວຽດນາມ ຜັນຂະຫຍາຍກ່ອນບຸນເຕັດປະຈຳຊາດ ໄດ້ ແລະ ພວມເຕົ້າໂຮມບັນດາສິ່ງທີ່ຢອດຢ້ຽມດັ່ງກ່າວ, ປະກອບສ່ວນເຮັດແຈ້ງມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີຂອງຊາວ ຫວຽດນາມ.

ຂະບວນການບຸນເຕັດແຫ່ງຄວາມເມດຕາ ໄດ້ຮັບການປະຕິບັດແຕ່ປີ 2023 ບົນພື້ນຖານສືບທອດ, ຜັນຂະຫຍາຍໝາກຜົນຂອງຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໂດຍສະພາກາແດງ ຫວຽດນາມ ປຸກລະດົມແຕ່ປີ 1999. ທ່ານ ນາງບຸ່ຍທິຮ່ວາ ປະທານສະພາກາແດງ ຫວຽດນາມ. ພາບ: daidoanket.vn
TAG
VOV/VOVworld/ໂອກາດບຸນເຕັດ/ຜູ້ທຸກຍາກ/ເມດຕາປານີ
Related








