VOV WorldVOV World
ຈີນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ ເມື່ອສືບຕໍ່ມີການປະພຶດໄຮ້ເຫດຜົນ ຢູ່ທະເລຕາເວັນອອກ
03/06/2020 08:52
(VOVWORLD) - ບັນດາການກະທຳທ່ວງເອົາອະທິປະໄຕຢ່າງໄຮ້ເຫດຜົນ ແລະ ຜິດກົດໝາຍຂອງ ຈີນ ໃນໄລຍະມໍ່ໆມານີ້ ສືບຕໍ່ເຮັດໃຫ້ປະຊາຄົມສາກົນຄັດຄ້ານຢ່າງແຮງ ແລະ ບໍ່ພໍໃຈທີ່ສຸດ.
ຈີນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ ເມື່ອສືບຕໍ່ມີການປະພຶດໄຮ້ເຫດຜົນ ຢູ່ທະເລຕາເວັນອອກ
ຫາງສຽງສາກົນຖືວ່າ ດ້ວຍວິທີການປະພຶດທີ່ບໍ່ເຄົາລົບກົດໝາຍສາກົນ, ປັກກິງ ມີແຕ່ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ, ເຮັດໃຫ້ຄວາມເຄັ່ງຕຶງກັບອາເມລິກາ ເພີ່ມຂຶ້ນ, ກໍ່ຜົນເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້ໃນການພົວພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ.         ໃນໄລຍະມໍ່ໆມານີ້, ຈີນ ສືບຕໍ່ສະແດງໃຫ້ເຫັນຄວາມສາມາດ “ແປປ່ຽນ” ໃນນະໂຍບາຍຢູ່ທະເລຕາເວັນອອກ, ນັບແຕ່ການແຕ້ມເສັ້ນ 9 ຕອນເອົາເອງຢູ່ທະເລຕາເວັນອອກຈົນເຖິງການໂຄສະນາກ່ຽວກັບອັນທີ່ເອີ້ນວ່າ ຍຸດທະສາດຊືຊາ. ເມື່ອປະຊາຄົມສາກົນຄັດຄ້ານກ່ຽວກັບເສັ້ນ 9 ຕອນນັ້ນ, ຈີນ ໄດ້ປ່ຽນທິດໃນທັນທີ, ໂດຍສຸມໃສ່ອັນທີ່ເອີ້ນວ່າ ຖະແຫຼງການອະທິປະໄຕຟ້າວໄປຄວ້າໃສ່ບັນດາເກາະ, ພຸ່ມປະກາລັງນ້ຳຖ້ວມ, ບັນດາຫາດຊາຍຢູ່ທະເລຕາເວັນອອກ. ຈີນ ບໍ່ໄດ້ໃຫ້ສ້າງຕັ້ງອັນທີ່ເອີ້ນວ່າ “ຊີຊາ” ແລະ “ໜານຊາ” ຢ່າງບັງອາດ, ຈັດກຳລັງເຮືອບິນໄປຈອດຢູ່ເກາະ ດ໊າຈື໋ເທິບ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.  ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Kelly Craft (ພາບ: ອິນເຕີແນັດ)         ຍູ້ແຮງຍຸດທະສາດຊື່ຊາ, ຈີນ ໄດ້ລະເມີດຫລາຍມາດຕາທີ່ລະບຸໃນກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ຢ່າງຮ້າຍແຮງ, ສະແດງໃຫ້ເຫັນບາດກ້າວປີນຂັ້ນໄດທີ່ມີລັກສະນະຄິດໄລ່ໄຕຕອງໃນການຢັ້ງຢືນອະທິປະໄຕຢ່າງຜິດກົດໝາຍຂອງປະເທດນີ້ຢູ່ເຂດທະເລຕາເວັນອອກ, ດ້ວຍກົນອຸບາຍຫວັງຢາກຫັນທະເລຕາເວັນອອກມາເປັນທະເລຂອງຕົນ. ຫາງສຽງສາກົນສືບຕໍ່ມີບັນດາການຄັດຄ້ານຢ່າງຮຸນແຮງຕໍ່ຄວາມມັກໃຫຍ່ໃຝ່ສູງໄຮ້ເຫດຜົນຂອງຈີນ ຢູ່ທະເລຕາເວັນອອກ.
TAG
VOV/VOVworld/ຈີນ/ການປະພຶດ/ໄຮ້ເຫດຜົນ/ທະເລຕາເວັນອອກ

More