ດຶງດູດທຶນ FDI: ຍາດແຍ່ງກາລະໂອກາດເພື່ອໃຫ້ ຫວຽດນາມ ພັດທະນາ
25/03/2024 08:32
(VOVWORLD) - ໃນໄລຍະຈະມາເຖິງ, ເມື່ອບັນດານະໂຍບາຍເປັນມິດກັບນັກລົງທຶນເສີມຂະຫຍາຍຢ່າງມີປະສິດທິຜົນ, ເລື່ອງຮັບປະກັນພື້ນຖານໂຄງລ່າງທີ່ສະດວກນັ້ນ, ຈະຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ດູດດື່ມໃຈສຳລັບບັນດາວິສາຫະກິດຕ່າງປະເທດ

ໃນໄລຍະ 2 ເດືອນຕົ້ນປີ 2024, ຍອດທຶນຈົດທະບຽນໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າການປະກອບທຶນ, ການຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ເພີ່ມຂຶ້ນກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຄາດວ່າ, ໃນໄລຍະຈະມາເຖິງ, ເມື່ອບັນດານະໂຍບາຍເປັນມິດກັບນັກລົງທຶນເສີມຂະຫຍາຍຢ່າງມີປະສິດທິຜົນ, ເລື່ອງຮັບປະກັນພື້ນຖານໂຄງລ່າງທີ່ສະດວກນັ້ນ, ຈະຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ດູດດື່ມໃຈສຳລັບບັນດາວິສາຫະກິດຕ່າງປະເທດ ທີ່ພວມຊອກຫາແງ່ຫວັງເຕີບໂຕໃນໄລຍະຍາວ ແລະ ຍືນຍົງ. ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ປີ 2024 ມຸ່ງໄປເຖິງບັນດາຂົງເຂດ, ຄື: ເຕັກໂນໂລຊີ, ພະລັງງານທົດແທນ, ສາທາລະນະສຸກ, ການເງິນ, ອະສັງຫາລິມະຊັບ…
TAG
VOV/VOVworld/ລະບອບ/ລະບຽບການ/ນະໂຍບາຍ/ຄຸນນະພາບ/ປະສິດທິຜົນ/ຮ່ວມມື/ລົງທຶນ
Related








