VOV WorldVOV World
ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ
08/05/2019 07:29
(VOVWORLD) - ເລື່ອງທ່ານ D.Trump ຖະແຫຼງເກັບພາສີຄືນຢ່າງກະທັນຫັນ ເຮັດໃຫ້ ຈີນ ແລະ ທົ່ວໂລກຕົກສະເງີ້. ເຖິງຢ່າງໃດກໍ່ຕາມ ພາຍໃຕ້ແງ່ມູມຂອງບັນດານັກສັງເກດການ, ການປ່ຽນແປງຫຼັກໝັ້ນຂອງທ່ານ D.Trump ອາດຈະແມ່ນຍຸດທະວິທີການເຈລະຈາກ່ອນທີ່ດຳເນີນການເຈລະຈາ ໂດຍຜ່ານການຍົກອອກຄຳຖະແຫຼງທີ່ໜັກໜ່ວງນີ້ ເພື່ອແນໃສ່ຍາດເອົາຜົນປະໂຫຍດ.
ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ  ແລະ ຈີນ
ຕາມແຜນການແລ້ວ, ວັນທີ 09 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຈະນຳໜ້າຄະນະເຈລະຈາໄປ ອາເມລິກາ ເພື່ອດຳເນີນຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ. ໃນຂະນະທີ່ ເຈົ້າໜ້າທີ່ 2 ຝ່າຍລ້ວນແຕ່ສະແດງໃຫ້ເຫັນຄວາມມຸ່ງຫວັງກ່ຽວກັບສັນຍາຢຸດຕິສົງຄາມການຄ້າລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງນັ້ນ ບັງເອີນວັນທີ 06 ພຶດສະພາ ທ່ານປະທານາທິບໍດີ ອາເມລິກາ Donald Trump ພັດຖະແຫຼງວ່າ ອາເມລິກາ ສືບຕໍ່ເພີ່ມອັດຕາພາສີອາກອນສຳລັບສິນຄ້າຂອງ ຈີນ ໃນທ້າຍອາທິດນີ້. ສຳລັບຖະແຫຼງການດັ່ງກ່າວ, ການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ ເບິ່ງຄືວ່າ ໃກ້ທີ່ຈະຫລຸດພົ້ນອອກຈາກສະພາບບໍ່ມີທາງອອກແລ້ວ ແຕ່ມາໃນປັດຈຸບັນພັດຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງ. ເຖິງຢ່າງໃດກໍ່ຕາມ, ເບື້ອງຫລັງທີ່ແທ້ຈິງຂອງບັນດາຄຳຖະແຫຼງທີ່ແຂງກະດ້າງນີ້ ໄດ້ຮັບຖືວ່າ ແມ່ນຍຸດທະວິທີຍາດເອົາທ່າໄດ້ປຽບກ່ອນທີ່ດຳເນີນຮອບເຈລະຈາຂອງ ວໍຊິງຕັນ.  ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: CNBC)         ວັນທີ 06 ພຶດສະພາ, ທ່ານປະທານາທິບໍດີ Donald Trump ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວຂອງຕົນວ່າ ປັດຈຸບັນອັດຕາພາສີ 10% ສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USD ນັ້ນ ຈະໄດ້ເພີ່ມຂຶ້ນເປັນ 25% ໃນວັນທີ 10 ພຶດສະພາ ຈະມາເຖິງ. ສ່ວນສິນຄ້າທີ່ມີມູນຄ່າ 325 ຕື້ USD ທີ່ຍັງເຫຼືອຂອງ ຈີນ ສົ່ງອອກໄປຍັງ ອາເມລິກາ ຍັງບໍ່ທັນໄດ້ຂຶ້ນພາສີເທື່ອ, ແຕ່ຈະຖືກຈັດວາງຢູ່ໃນອັດຕາ 25% ໃນໄວໆນີ້. ຕະຫລາດທົ່ວໂລກໄດ້ເກີດຜົນສະທ້ອນໃດໜຶ່ງພາຍຫລັງການກະທຳນີ້.
TAG
VOV/VOVworld/ການເຈລະຈາ/ການຄ້າ/ອາເມລິກາ/ຈີນ/ພາ​ສີ​ອາ​ກອນ

More