VOV WorldVOV World
ເດັກນ້ອຍ - ເປົ້າໝາຍໄດ້ຮັບບຸລິມະສິດເບິ່ງແຍງດູແລແບບພິເສດຢູ່ຫວຽດນາມ
11/06/2020 09:26
(VOVWORLD) - ບັນດາຜົນງານພົ້ນເດັ່ນຂອງຫວຽດນາມໃນຂົງເຂດປົກປ້ອງ, ເບິ່ງແຍງດູແລສິດຂອງເດັກພາຍຫລັງ 30 ປີທີ່ເຂົ້າຮ່ວມສົນທິສັນຍາ ສປຊ ວ່າດ້ວຍສິດຂອງເດັກ (1982- 2019) ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນແລະສປຊ. ໃນສະພາບເກີດໂລກລະບາດໂຄວິດ 19 ຜ່ານມາ, ເດັກນ້ອຍຫວຽດນາມ ອີກຄັ້ງຫນຶ່ງແມ່ນເປົ້າໝາຍໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງດູແລເປັນພິເສດ.
ເດັກນ້ອຍ - ເປົ້າໝາຍໄດ້ຮັບບຸລິມະສິດເບິ່ງແຍງດູແລແບບພິເສດຢູ່ຫວຽດນາມ
ຫວຽດນາມມີຄວາມຄຶບຫນ້າສຳຄັນຫລາຍຢ່າງໃນການປະຕິບັດສິດຂອງເດັກ ພາບປະກອບ ຫວຽດນາມແມ່ນປະເທດ ທຳອິດ ຢູ່ ອາຊີ, ແມ່ນປະເທດທີສອງໃນໂລກ ໃຫ້ສັດຕະຍາບັນສົນທິສັນຍາຂອງ ສປຊ ກ່ຽວກັບສິດຂອງເດັກ (2/1990). ບັນດາຄຳໝັ້ນສັນຍາດ້ານການເມືອງ ກໍ່ຄືການຊີ້ນຳນຳພາຢ່າງຂ້ຽວຂາດຂອງລັດຫວຽດນາມ ໃນການປະຕິບັດສິດຂອງເດັກ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ໃຫ້ເດັກນ້ອຍນັບລ້ານໆຄົນ. ນັບມື້ນັບມີເດັກນ້ອຍຫລາຍຄົນໄດ້ຮັບການປົກປ້ອງຈາກກົດໝາຍ ແລະ ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ໄດ້ຮ່ຳໄດ້ຮຽນບັນດາຄວາມຮູ້ ແລະ ທັກສະທີ່ຈຳເປັນນັບແຕ່ເມື່ອຮຽນຢູ່ໂຮງຮຽນອະນຸບານ ແລະ ໄດ້ຮັບບຸລິມະສິດຊົມໃຊ້ນະໂຍບາຍສະຫວັດດີການ.
TAG
VOV/VOVworld/ເອກະສານນິຕິກຳ

More